ການປັບພື້ນທີ່ນາໃຫ້ເປັນບ່ອນເພາະລ້ຽງເຮັດເປັນບໍ່ຄອນກີດ ( ບໍ່ປູນຊີເມັນ ) ຈຳນວນ 10 ບໍ່ ບໍ່ດິນສຳລັບລ້ຽງຮວກ 25 ບໍ່ ການເພາະພັນ ແລະ ການຈຳໜ່າຍແຕ່ລະບ່ອນມີຂະໜາດກ້ວາງ 20 ມ ຍາວ 8 ມ

ລົງທຶນໄປຊື້ກົບພໍ່ພັນແມ່ນພັນ ແລະ ຈະເກັບກົບພັນໄວ້ປີລະ 4.000 ໂຕ ໂຕແມ່ 2,000 ໂຕ ໂຕຜູ້ 2,000 ໂຕ ໂດຍກົບພໍ່ພັນແມ່ພັນແຕ່ລະລຸ້ນຈະສາມາດໃຫ້ຜົນຜະລິດໄດ້ປະມານ 2 ປີ

ຕໍ່ຈາກນັ້ນກໍ່ຈະປ່ຽນພໍ່ພັນແມ່ພັນກົບ ລຸ້ນເກົ່າກໍ່ຈະນຳໄປປ່ອຍຕາມທົ່ງນາຈະບໍ່ຂາຍຫຼືຂ້າ ຊຶ່ງກົບແຕ່ລະລຸ້ນຈະໃຫ້ລູກຮວກໄດ້ປະມານ 8 ຄັ້ງ ໃນການປະສົມກໍ່ຈະໃຊ້ວິທີທຳມະຊາດ ແລະ ທາງເທັກນິກ ໂດຍລູກຮວກເກີດໃໝ່ຈະພັກໄວ້ໃນບໍ່ອານຸບານ 7 ວັນ ຕໍ່ຈາກນັ້ນກໍ່ຈະນຳລົງໄປປ່ອຍລ້ຽງໃນບໍ່ດິນທີ່ກຽມໄວ້

ລ້ຽງປະມານ 15 ວັນ ກໍ່ສາມາດໄດ້ລູກຮວກທີ່ໃຫຍ່ໄດ້ຂະໜາດພໍດີຂາຍ ໃນແຕ່ລະບໍ່ດິນທີ່ເຮັດການເພາະລ້ຽງຈະສາມາດໄດ້ລູກຮວກປະມານ 70 ກິໂລກຼາມ / 1ບໍ່ ຖ້າລວມທັງໝົດກໍ່ຈະໄດ້ປະມານ1,750ກິໂລກຼາມ / ລຸ້ນ ສ່ວນລູກຄ້າ

ທີ່ມາຊື້ກໍ່ມີທັງພາຍໃນຕົວເມືອງ ແລະ ຕ່າງແຂວງ ຊຶ່ງເຮັດໃຫ້ມີລາຍໄດ້ເປັນຢ່າງດີປະກອບກັບການເພາະລ້ຽງຮວກຈະເປັນການເພາະລ້ຽງນອກລະດູການຊຶ່ງປົກກະຕິຮວກທຳມະຊາດທົ່ວໄປຈະມີໃນລະດູຝົນເທົ່ານັ້ນ

ໃນເວລາລ້ຽງຮວກຢູ່ປະມານ 21-25 ວັນ ແຕ່ກໍ່ຈະມີຂໍ້ຈຳກັດໃນການເພາະລ້ຽງຢູ່ວ່າ: ຕ້ອງເພາະລ້ຽງໃນຊ່ວງເດືອນກຸມພາ-ກໍລະກົດເທົ່ານັ້ນ ຈາກນັ້ນກໍ່ຈະເກັບພໍ່ພັນແມ່ພັນໄວ້ຈົນເຖິງລະດູການລ້ຽງອີກເທື່ອໜຶ່ງໃນສ່ວນຂອງ

ອາຫານກົບ ແລະ ຮວກເຮົາຈະໃຫ້ຫົວອາຫານເມັດ 2 ເວລາ ເຊົ້າ-ແລງ ນອກນັ້ນກົບຫຼືຮວກຍັງກິນດິນໂຄນຫຼືແມງໄມ້ຕ່າງໆເປັນອາຫານອີກກໍ່ນັບວ່າເພາະລ້ຽງງ່າຍໃຫຍ່ໄວ້ ແລະ ທີ່ສຳຄັນຂາຍກໍ່ງ່າຍເພາະເປັນທີ່ຕ້ອງການຂອງຕະຫຼາດ ແລະ ຜູ້ບໍລິໂພກອີກດ້ວຍ

ສ່ວນເລື່ອງຂອງການຕະຫຼາດແລ້ວໄດ້ຖືວ່າມີຄວາມຕ້ອງການຫຼາຍ ເພາະລູກຮວກນອກລະດູການຕາມທຳມະຊາດປະຊາຊົນສ່ວນຫຼາຍມັກ ລູກຮວກສາມາດນຳໄປປະກອບເປັນອາຫານໄດ້ຫຼາຍຢ່າງເຊັ່ນ: ແກງຮວກ, ໝົກຮວກ,

ເອາະຮວກອື່ນໆ ໂດຍສະເພາະຄົນທີ່ຢູ່ເຂດນອກຈະມັກເປັນພິເສດເພາະຮວກມີລົດຊາດທີ່ແຊບມີຄຸນຄ່າທາງໂພສະນາການທີ່ສຳຄັນຮວກຈະບໍ່ມີກະດູກກິນກໍ່ງ່າຍ

ນອກນັ້ນຄົນທີ່ມັກຊິດເບັດມັກມາຊື້ເພື່ອເອົາໄປເປັນເຫຍື່ອອີກດ້ວຍສຳລັບນໍ້າທີ່ໃຊ້ໃນການເພາະລ້ຽງເຮົາກໍ່ຈະໃຊ້ນໍ້າປະປາ ຫຼື ນໍ້າບາດານທີ່ຂຸດເຈາະຂຶ້ນເອງ ບາງສ່ວນກໍ່ຈະໃຊ້ນໍ້າຊົນລະປະທານ

ສ່ວນໃນເລື່ອງຂອງບັນຫາອຸປະສັກກໍ່ຈະເປັນຈຳພວກສັດຕູຂອງຮວກຄື: ງູຊະນິດຕ່າງໆ ຈະມັກເຂົ້າມາກິນລູກຮວກໃນເວລາກາງຄືນ ແຕ່ເຮົາກໍ່ແກ້ໄຂບັນຫາໂດຍການນຳເອົາຜ້າຂຽວພລາສຕິກມາລ້ອມໄວ້ບໍ່ໃຫ້ງູເຂົ້າມາກິນໄດ້ກໍ່ນັບ

ໄດ້ວ່າການເພາະລ້ຽງລູກຮວກຂາຍເຮັດໃຫ້ຄອບຄົວມີລາຍໄດ້ຢ່າງໝັ້ນຄົງ ດີກວ່າການເຮັດນາຫຼາຍເທົ່າ ອີກຢ່າງໃນເລື່ອງຂອງລາຄາຊື້ຂາຍກໍ່ຕົກລົງຍິນຍອມຊື້ຂາຍກັນເອງຕາມທ້ອງຕະຫຼາດບໍ່ມີການຜູກຂາດຫຼືຜູ້ຊື້ກຳນົດລາຄາຊື້ຜູ້

ຂາຍກຳນົດລາຄາຂາຍບໍ່ຖືກເອົາລັດເອົາປຽບ ເພາະບໍ່ມີພໍ່ຄ້າຄົນກາງມາກຳນົດລາຄາແທນຈະລາຄາຫຼາຍຫຼືໜ້ອຍຂຶ້ນຢູ່ກັບປະລິມານຂອງລູກຮວກເຊັ່ນ ຖ້າຍ່າງເຂົ້າລະດູຝົນຕົກຫຼາຍຮວກຕາມທຳມະຊາດທົ່ວໄປລາຄາກໍ່ຈະຖືກລົງ ( ໄດ້ຍິນແບບນີ້ແລ້ວຢາກລອງລ້ຽງບໍ່ )

*ວິທີເພາະລ້ຽງ

-ກຽມກົບພໍ່ພັນແມ່ພັນ ແລະ ກຽມບໍ່ໃຫ້ສະອາດຜ່ານການຂ້າເຊື້ອໂລກ

-ນຳກົບມາປະສົມພັນ

-ເພາະລ້ຽງລູກຮວກໃນບໍ່ອານຸບານ 7 ວັນ

-ນຳລູກຮວກໄປເພາະລ້ຽງໃນບໍ່ດິນທີ່ກຽມໄວ້

-ໃຫ້ອາຫານເມັດມື້ລະ 2 ເວລາ ເຊົ້າ-ແລງ ແລະ ຫຼັງຈາກກົບອອກໄຂ່ແລ້ວປະມານ 24 ຊົ່ວໂມງ ໄຂ່ກົບກໍ່ຟັກອອກເປັນໂຕ ເຮົາບໍ່ຕ້ອງໃຫ້ອາຫານໃດໆຈົນຜ່ານໄປເຖິງ 3 ວັນ ຈຶ່ງເລີ່ມໃຫ້ອາຫານໂດຍເລີ່ມໃຫ້ເທື່ອລະໜ້ອຍ ແລະ ໝັ້ນ

ສັງເກດວ່າລູກກົບກິນອາຫານໝົດຫຼືບໍ່ຫາກໝົດກໍ່ຄ່ອຍເພີ່ມຫາກບໍ່ໝົດກໍ່ລຸດການໃຫ້ອາການລົງໄລຍະອານຸບານລູກກົບນີ້ຕ້ອງມີການປ່ຽນຖ່າຍນໍ້າທຸກໆ 3 ວັນ ຫຼື ຫາກນໍ້າເລີ່ມເສຍກໍ່ປ່ຽນນໍ້າໄວ້ຂຶ້ນ ບໍ່ຈຳເປັນຕ້ອງໃຫ້ຮອດ 3 ວັນ

ອາຫານລູກກົບກໍ່ໃຫ້ອາຫານປາດຸກນ້ອຍລະດັບນໍ້າໃນຄອກໂດຍສະເລ່ຍປະມານ 30 ຊມ ເມື່ອລູກກົບອາຍຸ 15 ວັນ ກໍ່ເລີ່ມເອົາອອກຈຳໜ່າຍລູກແຕ່ລະລຸ້ນໃນໜຶ່ງຄອກຈະມີຢູ່ 80-100 ກິໂລກຼາມ

(ຄລິບແນະນຳ)


 

 

Leave a Reply

Your email address will not be published. Required fields are marked *