ຈາກເຫດການທີ່ເກີດຂື້ນທີ່ມີຜູ້ໃຊ້ເຟສບຸກທ່ານໜຶ່ງ Keovimane Phong ໂພສເຫດການທີ່ເຫັນແລ້ວ ຫົດຫູ່ໃນ ແລະ ເປັນຕາຢ້ານ ໃນວັນທີ 16 ກັນຍາ 2019 ເນື່ອງຈາກ ຂໍ້ມູນຜູ້ໃຊ້ເຟສບຸກໂພສລົງນັ້ນແມ່ນ ເປັນພາບທີ່ລົດຂອງຄົນຈີນ (ລົດເກັງສີດຳ ບໍ່ມີປ້າຍ) ຂັບມາແລ້ວຈອດຕັດໜ້າລົດ ຂອງຄົນລາວ ແລະ ຄົນຈີນ 2-3 ຄົນກໍ່ໄດ້ລົງມາ ແລ້ວກໍ່ລົງມືຕີຄົນລາວ ທ່າມກາງສຽງຮ້ອງບອກໃຫ້ຢຸດຂອງຜູ້ຍິງທີ່ມານຳລົດຄົນລາວ. ເຫດການດັ່ງກ່າວແມ່ນເກີດຂຶ້ນຢູ່ເສັ້ນທາງແຄມຂອງນະຄອນຫຼວງວຽງຈັນ.
ຕໍ່ມາໃນວັນທີ 17 ກັນຍາ ທາງພາກສ່ວນກ່ຽວຂ້ອງໄດ້ເຊີນໂຕຄົນຈີນ ທີ່ມີປາກສຽງກັບຄົນລາວທີ່ຖະໜົນແຄມຂອງມາໄກ່ເກ່ຍກັນ ແລະຊາວຈີນຄົນດັ່ງກ່າວໄດຕົກລົງຮັບຜິດຊອບຄ່າປົວແປງຈິດໃຈ ແລະພ້ອມທັງຄ່າທຳຂວັນໃຫ້ແກ່ຄົນລາວແລ້ວ
ພ້ອມນີ້ຄົນຈີນກໍ່ຝາກຂໍໂທດນຳສັງຄົມລາວ ທີ່ສະແດງທ່າທີທີ່ບໍ່ດີ ຍ້ອນອາລົມຊົ່ວວູບ ປະຈຸບັນທັງສອງແມ່ນຖືກຕ້ອງປອງດອງກັນແບບອ້າຍນ້ອງລາວກັບຈີນແລ້ວ.