Tag: Victim

ອົງການ USAID ແລະCRS ໄດ້ແຈກຢາຍອາຫານ ແລະອຸປະກອນສຸຂະອະນາໄມໃຫ້ກັບຜູ້ປະສົບໄພນໍ້າຖ້ວມຢູ່ ແຂວງ ສະຫວັນນະເຂດ

ຜູ້ປະສົບໄພນໍ້າຖ້ວມເມືອງພິນ ແຂວງສະຫວັນນະເຂດກ່າວວ່າ: ສັດລ້ຽງຂອງພວກເຮົາຖືກພັດໄປນຳນໍ້າ. ອາຫານທີ່ໄດ້ຮັບມື້ນີ້ຈະເຮັດໃຫ້ລູກ ແລະຄອບຄົວຂອງພວກເຮົາອີ່ມທ້ອງເປັນເວລາຫຼາຍອາທິດ. ຂອບໃຈທີ່ເຮັດໃຫ້ພວກເຮົາມີຄວາມຫວັງ. ຄອບຄົວຂອງລາວ ແລະແຕ່ລະຄອບຄົວໃນບ້ານໄດ້ຮັບອາຫານຈຳນວນ70ກິໂລເຊິ່ງລວມມີເຂົ້າສານ, ປາກະປອງ, ນໍ້າມັນພືດ ແລະອຸປະກອນສຸຂະອະນາໄມ. ນີ້ແມ່ນສ່ວນນຶ່ງໃນການຊ່ວຍເຫຼືອຂອງສະຫະລັດອາເມລິກາຕໍ່ຜູ້ປະສົບໄພນໍ້າຖ້ວມທີ່ຜ່ານມາ. ອາທິດແລ້ວນີ້, ທີມງານພວກເຮົາຈາກອົງການ USAID ແລະCRS ໄດ້ແຈກຢາຍອາຫານ ແລະອຸປະກອນສຸຂະອະນາໄມໃຫ້ກັບຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດ. ສະໜັບສະໜູນໂດຍອົງການ USAID, ບັນດາເຄື່ອງເຫຼົ່ານີ້ປະກອບມີ ເຂົ້າສານ 37500 ກລ, ນໍ້າມັນພືດ 1500 ລ, ປາກະປອງ 22500 ປ,…