ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ
ໃນວັນທີ 07 ພະຈິກ 2019 ນີ້, ກອງປະຊຸມສະໄໝສາມັນເທື່ອ ທີ 8 ຂອງສະພາແຫ່ງຊາດ ຊຸດ ທີ VIII ໄດ້ໄຂຂຶ້ນຢ່າງສະຫງ່າ ຜ່າເຜີຍຢູ່ທີ່ຫໍປະຊຸມສະພາແຫ່ງຊາດ (ຫຼັກ 6) ນະຄອນຫຼວງວຽງ ຈັນ, ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນ ກາງພັກ, ປະທານສະພາແຫ່ງ ຊາດ, ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນຍັງ…