Tag: Donation

ສາທຸ..!! ພຣະສົງສາມະເນນ ລຸຍນຳ້ຖ້ວມເອົາເຂົ້າຫນຽວຮ້ອນໆ ແລະ ອາຫານປິ້ງໄກ້ບ້ານເຊໂນ ໃຫ້ຜູ້ປະສົບໄພນໍ້າຖ້ວມ

ພຣະສົງສາມະເນນ ລຸຍນຳ້ຖ້ວມເອົາເຂົ້າຫນຽວຮ້ອນໆແລະອາຫານປິ້ງໄກ້ບ້ານເຊໂນ ໃຫ້ຜູ້ປະສົບໄພນໍ້າຖ້ວມ ຫຼາຍບ້ານ ເມືອງຈຳພອນ ແຂວງສະຫວັນນະເຂດ ຍາມປົກກະຕິ ອອກຕົນຍາດໂຍມໄດ້ຄໍ້າຊູທານໃຫ້ ພຣະສົງສາມະເນນ ຍາມອອກຕົນຍາດໂຍມ ປະສົບໄພນໍ້າຖ້ວມ ພຣະສົງສາມະເນນທານໃຫ້ອອກຕົນຍາດໂຍມ ພວກເຮົາຕ້ອງຊ່ວຍເຫຼືອກັນ * * ເອົາອາຫານນໍ້າດື່ມ ໃຫ້ຍາດໂຍມປະສົບໄພນໍ້າຖ້ວມ ບ້ານແກ້ງກອກເມືອງຈຳພອນ ສະຫວັນນະເຂດ ນໍ້າໃຈ ພຣະສົງວັດສຸນັນທາຣາມ ນະຄອນໄກສອນ ແຂວງສະຫວັນນະເຂດ.      

ສະມາຄົມອາສາ ກູ້ໄພ 1624 ຂໍຜູ້ໃຈບຸນທັງຫຼາຍຊ່ວຍອຸປະຖຳໂຟນີ້

ປະຈຸບັນນີ້ທີມອາສາກູ້ໄພໄປຊ່ວຍພີ່ນ້ອງຜູ້ປະສົບໄພນໍ້າຖ້ວມຢູ່ພາກໄຕ້ຂອງລາວລໍາບາກຫລາຍໂທລະສັບໃຊ້ບໍ່ໄດ້ຕ້ອງການເຄືອງສື່ສານດ່ວນເພື່ອເຂົ້າໄປຊອກຫາຜູ້ປະສົບໄພ ທີ່ຍັງອອກມາຈາກເຂດນໍ້າຖ້ວມຍັງບໍ່ໄດ້. ດັ້ງນັ້ນພວກເຮົາຈື່ງຂໍຄວາມຊ່ວຍເຫຼືອນໍາພວກທ່ານປະກອບສ່ວນຊື້ໃຫ້ພວກເຮົາດ້ວຍຕອນນີ້ການຄົ້ນຫາລຳບາກຫລາຍບໍ່ສາມາດສື່ສານຫາກັນໄດ້. ໜ່ວຍໜື່ງລາຄາ750.000ກີບ ຕ້ອງການ5ໜ່ວຍ. …………………………………………………………………… ທ່ານຜູ້ໃຈບຸນທັງຫລາຍຢາກໃຫ້ການຊ່ວຍເຫລືອທີມງານອາສາກູ້ໄພ1624ຊື້ເຄືອງສື່ສານ ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF້ VOLUNTARY RESCUE VIENTIANE ເລກຄບັນຊີ: LAK010120000993902001.   Tel: 020 2244 1624.