Tag: China

ຄວາມຍິ່ງໃຫຍ່ ຂອງສຸສານຈິນຊີຮ່ອງເຕ້ ເມືອງຊີອານ ມົນທົນສ່ານຊີ

ສຸສານຈິນຊີຮ່ອງເຕ້ ຖືເປັນໜື່ງໃນມໍລະດົກໂລກ ທາງວັດທະນະທຳຂອງຈີນ ໂດຍຕັ້ງຢູ່ທີ່ເມືອງຊີອານ ມົນທົນສ່ານຊີ ໂດຍໃນຄະນະນີ້ການຂຸດສຸສານທັງໝົດ ຍັງບໍ່ສຳເລັດໝົດ ແລະ ທາງລັດຖະບານຈີນເອງ ກໍ່ຍັງບໍ່ມີເສັ້ນຕາຍ ວ່າການສຳຫຼວດຈະສຳເລັດພາຍໃນເມື່ອໃດ ໂດຍເຫດຜົນຫຼັກ ເພາະການທີ່ຈະຂຸດສຳຫຼວດ ເພື່ອນຳເອົາຕຸກກະຕາດິນເຜົາຂື້ນມານັ້ນ ຈະຕ້ອງໃຊ້ເຕັກໂນໂລຊີ້ ແລະ ລະມັດລະວັງເປັນຢ່າງສູງ ເພື່ອບໍ່ໃຫ້ສີທີ່ຕິດທີ່ຢູ່ເທີງໂຕຂອງຕຸກກະຕາດິນເຜົາ ນັ້ນລອກອອກໄປ. ສຸສານຈິນຊີຮ່ອງເຕ້ນີ້ ຖືກຄົ້ນພົບໂດຍບັງເອີນໃນປີ 1974 ເມື່ອກຸ່ມຊາວນາໃນພື້ນທີ່ ຈະໄປຂຸດຫາບໍ່ນ້ຳ ແຕ່ໄປຄົ້ນພົບເຄື່ອງປັ້ນດິນເຜົາບູຮານ ກ່ອນຈະແຈ້ງທາງການໃຫ້ຮັບຮູ້ ແລະ ມີການຂຸດຄົ້ນຈົນພົບເຫັນຕຸກກະຕາດິນເຜົາ ເປັນຈຳນວນຫຼາຍ. ທັງນີ້…