Tag: Chi Won

ທ່ານ ຊີວອນ ຈອຍ ນັກຮ້ອງຂອງ ສ.ເກົາຫລີ ໄດ້ຮັບແຕ່ງຕັ້ງເປັນທູດສັນທະວະໄມຕີຄົນໃໝ່

ທ່ານ ຊີວອນ ຈອຍ ນັກຮ້ອງຈາກວົງຊຸບເປີຈູເນັຍຂອງສ.ເກົາຫລີ ໄດ້ຮັບການແຕ່ງຕັ້ງເປັນທູດສັນທະວະໄມຕີຄົນໃໝ່ປະຈຳພາກພື້ນອາຊີຕາເວັນອອກ ແລະປາຊີຟິກຂອງອົງການກອງທືນເພື່ອເດັກແຫ່ງສະຫະປະຊາຊາດ ຫລືອຸຍນິເຊັບໃນງານສະເຫລີມສະຫລອງວັນຄົບຮອບ 30 ປີຂອງສົນທິສັນຍາວ່າດ້ວຍສິດທິເດັກ ໃນຕອນບ່າຍວັນທີ 11 ພະຈິກ 2019, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພາຍຫລັງທ່ານ ຊີວອນ ຈອຍ ໄດ້ເອົາໃຈໃສ່ບັນຫາກ່ຽວກັບສິດທິເດັກ ໂດຍຜ່ານບົດບາດເປັນຜູ້ຕາງໜ້າພິເສດສຳລັບອົງການອຸຍນິເຊັບໃນ ສ.ເກົາຫລີ ແລະໄດ້ເດີນທາງໄປທົ່ວພາກພື້ນ ພ້ອມທັງໃຫ້ການສະໜັບສະໜູນໂຄງການໃຊ້ຄວາມຮຸນແຮງ ເພື່ອສ້າງຄວາມຮັບຮູ້ໃຫ້ໄວໝຸ່ມກ່ຽວກັບຜົນຮ້າຍຂອງການໃຊ້ຄວາມຮຸນແຮງໃນສັງຄົມ. ທ່ານ ນາງ ກາຣິນ ຣຸນຊັອບ, ຜູ້ອຳນວຍການໃຫ່ຍອົງການອຸຍນິເຊັບປະຈຳພາກພື້ນອາຊີຕາເວັນອອກ ແລະ…