CLMV ທົບທວນການປະຕິບັດວຽກງານ ແລະ ຫາລືທິດທາງການຮ່ວມມື ທີ່ນະຄອນຫລວງ ວຽງຈັນ
ວັນທີ 21-22 ສິງຫາ 2019 ທີ່ ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມໜ່ວຍງານວິຊາການຂະແໜງການບຸລິມະສິດ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຊຶ່ງມີຄະນະຜູ້ແທນຈາກຂະແໜງການຕ່າງໆຂອງປະເທດ CLMV ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າຂອງຂອບການຮ່ວມມື CLMV ທັງນີ້ ກໍເພື່ອກະກຽມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດ CLMV ຄັ້ງທີ 10 ໃນປີ 2020 ທີ່…