ລາວ – ຫວຽດນາມ ແລະ ກຳປູເຈຍ ແຂ່ງຂັນລົດຖີບເພື່ອມູນເຊື້ອພາກໃຕ້ຄັ້ງທີ 22 ຊິງຂັນ ສະຖານີວິທະຍຸກະຈາຍສຽງນະຄອນໂຮຈິມິນ
ໃນວັນທີ 27 ຕຸລາ 2019 ທ່ານ ຄຳສີອຸດທິວົງ ຮອງເຈົ້າແຂວງໆ ຄຳມ່ວນໄດ້ໃຫ້ກຽດຕ້ອນຮັບຂະບວນການແຂ່ງຂັນລົດຖີບເພື່ອມູນເຊື້ອພາກໃຕ້ຄັ້ງທີ 22 ປະຈຳປີ 2019 ເພື່ອຊິງຂັນລາງວັນຂອງສະຖານີວິທະຍຸກະຈາຍສຽງນະຄອນໂຮ່ຈິມິນ ຂອງ 3 ປະເທດ: ລາວ, ຫວຽດນາມ ແລະ ກຳປູເຈຍ. ການແຂ່ງຂັນລົດຖີບຄັ້ງນີ້ເຊິ່ງຈຸດທີ່ 6 ຂອງການແຂ່ງຂັນແມ່ນເລີ່ມແຕ່ເຊໂນ ແຂວງສະຫວັນນະເຂດ ຫາ ຈຸດເສັ້ນໄຊຢູ່ຕໍ່ໜ້າຫ້ອງວ່າການປົກຄອງແຂວງຄຳມ່ວນ, ມີລົດຖີບເຂົ້າຮ່ວມ 60 ກວ່າຄັນ, ຕາມເສັ້ນທາງຂອງການແຂ່ງຂັນໄດ້ມີຂະບວນລົດຈັກເປີດທາງ 30…