ຈຳປາສັກ ໄດ້ຮັບເຄື່ອງບັນເທົາທຸກຊ່ວຍຜູ້ປະສົບໄພນໍ້າຖ້ວມແລ້ວ ມູນຄ່າ 5 ຕື້ ກີບ
ມາຮອດປະຈຸບັນ, ຜູ້ປະສົບໄພນ້ຳຖ້ວມຢູ່ແຂວງຈຳປາສັກໄດ້ຮັບການຊ່ວຍເຫລືອແລ້ວ ມູນຄ່າ 5 ຕື້ 100 ກ່ວາລ້ານກີບ, ໃນນັ້ນແມ່ນລວມທັງພາກລັດ ແລະ ພາກເອກະຊົນ, ບັນດາບຸກຄົນ, ແລະ ນິຕິບຸກຄົນ, ລວມທັງ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ. ທ່ານ ບົວລິນ ວົງພະຈັນ, ຮອງເຈົ້າແຂວງໆຈຳປາສັກ, ປະທານຄະນະກຳມະການປ້ອງກັນ, ຄວບຄຸມ ແລະ ຟື້ນຟູໄພພິບັດແຂວງຈຳປາສັກໃຫ້ສຳພາດວ່າ: ຈາກສະພາບນ້ຳຖ້ວມໃນຄັ້ງນີ້ ແມ່ນໄດ້ສ້າງຜົນກະທົບ ແລະ ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ…