ການນຳໃຊ້ເສັ້ນທາງ – ບ່ອນຈອດລົດ ແລະ ຂໍ້ຫ້າມຕ່າງໆໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ ປີນີ້
ກອງບັນຊາການ ປກສ ນະຄອນຫຼວງວຽງຈັນໄດ້ອອກແຈ້ງການເຖິງພາກສ່ວນຕ່າງໆ ຕະຫຼອດຮອດ ມວນຊົນລາວ ແລະ ຊາວຕ່າງປະເທດທີ່ຈະມາທ່ຽວງານບຸນນະມັດສະການພຣະທາດຫຼວງວຽງຈັນ ໃນວັນທີ 05-11 ພະຈິກ 2019 ງານວາງສະແດງສິນຄ້າທີ່ສູນການຄ້າລາວ-ໄອເຕັກ ວັນທີ 06-17 ພະຈິກ 2019 ແລະ ພິທີສະຫຼຸບຜົນການປະຕິສັງຂອນພິພິທະພັນພຣະທາດຫຼວງວຽງຈັນ ຄັ້ງທີ IV; ໃນນີ້ ໄດ້ກໍານົດການນໍາໃຊ້ເສັ້ນທາງ, ສະຖານທີ່ຈອດລົດ ແລະ ຂໍ້ຫ້າມຕ່າງໆໄວ້ 13 ຂໍ້ຄື: 1. ຫ້າມໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ…