ທະນາຄານພັດທະນາອາຊີ (ADB) ເສດຖະກິດລາວ ຈະຂະຫຍາຍຕົວຢູ່ໃນລະດັບປານກາງ
ວັນທີ 25 ກັນຍາ 2019 ຢູ່ທະນາຄານພັດທະນາອາຊີ (ADB) ປະຈຳລາວ ຈັດກອງປະຊຸມເຜີຍແຜ່ບົດລາຍງານການຄາດຄະເນການພັດທະນາໃນອາຊີ ປະຈຳປີ 2019 ມີທ່ານ ລັດຕະນະໄຕ ຫຼວງລາດບັນດິດ ຊ່ຽວຊານດ້ານການປົກຄອງບໍລິຫານຂອງ ADB ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ລັດຕະນະໄຕ ຫຼວງລາດບັນດິດ ກ່າວວ່າ: ການຂະຫຍາຍຕົວດ້ານເສດຖະກິດຂອງລາວ ຄາດວ່າຈະຂະຫຍາຍຕົວຢູ່ໃນລະດັບປານກາງ ປີ 2019 ແລະ 2020 ເນື່ອງຈາກການຂະຫຍາຍຕົວທາງດ້ານຂະແໜງອຸດສາຫະກຳ ແລະ…