Tag: ສຸຂະພາບເດັກ

ຮູ້ໄວ້ກໍ່ບໍ່ເສຍຫາຍ…!! 6 ວິທີ ແກ້ບັນຫາ “ລູກບໍ່ຢາກໄປໂຮງຮຽນ” ຕ້ອງເຮັດແນວໃດແດ່?

1.ຊ່ວງທຳອິດຄວນໄປຮັບ-ໄປສົ່ງລູກດ້ວຍໂຕເອງ ຫຼື ໄປຮັບໄປສົ່ງຕະຫຼອດໄດ້ຍີ່ງດີເພາະລູກຈະໄດ້ເກີດຄວາມເຊື່ອໃຈແລະ ວາງໃຈວ່າພໍ່ແມ່ບໍ່ໄດ້ປະຖີ້ມເຂົາໄປໃສ 2.ຢ່າຂູ່ ຫຼື ບັງຄັບ:ເພາະເດັກນ້ອຍຈະບໍ່ເຂົ້າໃຈວ່າເຮັດຫຍັງຕ້ອງໄປໂຮງຮຽນເດັກບາງຄົນຈະຄິດວ່າພໍ່ແມ່ເອົາມາຖີ້ມດັ່ງນັ້ນບໍ່ຄວນບັງຄັບລູກ 3.ເວົ້າໃຫ້ເຂົ້າໃຈ ແລະ ໃຫ້ຖືກຕ້ອງກັນ:ຖ້າລູກເຄີຍໄປໂຮງຮຽນແລ້ວບໍ່ຢາກໄປອີກໃຫ້ຖາມບັນຫາເກີດຈາກຫຍັງເຂົ້າກັບຫມູ່, ຄູອາຈານໄດ້ຫຼືບໍ່ຈະໄດ້ແກ້ໄຂປັນຫາໃຫ້ຖືກທາງ 4.ຊວນລົມ: ຕອນແຕ່ງໂຕໃຫ້ລູກໄປໂຮງຮຽນ ຫຼື ຕອນນັ່ງກີນເຂົ້ານຳກັນຊວນລູກລົມໃຫ້ລູກຮູ້ສຶກຜ່ອຍຄາຍແລ້ວຖາມເລື່ອງຕ່າງໆວ່າມື້ວານເຮັດກິດຈະກຳຫຍັງແນ່ຢູ່ໂຮງຮຽນ, ກີນເຂົ້າກັບຫຍັງ, ລູກຈະໄດ້ບໍ່ກົດດັນ ແລະ ເລົ່າໃຫ້ຟັງຢ່າງສະບາຍໃຈໃຫ້ພໍ່ແມ່ຈະໄດ້ຮັບຮູ້ 5.ພໍ່ແມ່ຄວນຈະຊື່ນຊົມ ແລະ ໃຫ້ກຳລັງໃຈລູກ: ໃນເວລາທີ່ລູກກັບມາແຕ່ໂຮງຮຽນ ແລະ ສາມາດເຮັດຫຍັງໄດ້ດ້ວຍຕົນເອງແດ່ ພ້ອມໃຫ້ເຫັນຈຸດດີທີ່ລູກຄວນໄປໂຮງຮຽນ ຕົວຢ່າງ ວ່າມື້ນີ້ລູກອອກແຮງງານເກັບຂີ້ເຫຍື່ອຊ່ວຍທາງໂຮງຮຽນສີ່ງເຫຼົ່ານີ້ເປັນສີ່ງທີ່ພໍ່ແມ່ຄວນຊື່ນຊົມເພື່ອໃຫ້ລູກມີຄວາມຄິດຢາກໄປໂຮງຮຽນອີກ 6.ສອນໃຫ້ລູກຊ່ວຍໂຕເອງໄດ້ຕັ້ງແຕ່ເດັກ: ເດັກບາງຄົນຊ່ວຍເຫຼືອໂຕເອງໄດ້ນ້ອຍອາດເປັນເພາະອາຍຸນ້ອຍອ່ອນກ່ອນໝູ່ຮ່ວມຫ້ອງ…