ສະພາບປົກກະຕິ.!! ກະຊວງຕ່າງປະເທດຢືນຢັນ ຊາຍແດນ ລາວ-ກຳປູເຈຍ ເປັນປົກກະຕິ
ຫ້ອງການ ຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຢືນຢັນວ່າ: ບັນຫາຊາຍແດນ ລາວ ແລະ ກຳປູເຈຍ ບໍ່ໄດ້ເປັນດັ່ງທີ່ສື່ບາງແຫ່ງທັງພາຍໃນ ແລະ ຕ່າງປະເທດ ໄດ້ອອກຂ່າວຜ່ານທາງ ສື່ອອນລາຍໃນໄລຍະຜ່ານມາ ເປັນຂ່າວທີ່ບໍ່ມີມູນຄວາມຈິງ ເປັນການສ້າງສະຖານະການ ເພື່ອເຮັດໃຫ້ສອງປະເທດ ລາວ-ກຳປູເຈຍ ມີຄວາມເຂົ້າໃຈຜິດຕໍ່ກັນ. ທ່ານ ອານຸສິນ ຂັດຕິຍະລາດ ຮອງຫົວໜ້າຫ້ອງການຄະນະ ກຳມະການຊາຍແດນແຫ່ງຊາດ ກ່າວໃນພິທີຖະແຫລງຂ່າວໃນວັນທີ 27 ສິງຫາ 2019 ນີ້ວ່າ: ບໍລິເວນດັ່ງກ່າວແມ່ນຢູ່ໃນ ສະພາວະປົກກະຕິ,…