ນາຍົກເອົາໃຈໃສ່ ແລະ ໃຫ້ກຳລັງໃຈ ຕໍ່ຜູ້ທີ່ໄດ້ຮັບເຄາະຮ້າຍຈາກນໍ້າຖ້ວມ
ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສຳເລັດພາລະກິດ ຕ້ອນຮັບແຂກ ຂັ້ນສູງຈາກຕ່າງປະເທດ (ປະທານາທິບໍດີ ສ. ເກົາຫລີ) ທີ່ມາຢ້ຽມຢາມລັດຖະກິດ ສສປ ລາວ ຢ່າງເປັນທາງການ, ຈາກນັ້ນ ໃນລະຫວ່າງວັນທີ 7-8 ກັນຍາ 2019, ຊຶ່ງເປັນວັນພັກລັດຖະການ, ທ່ານໄດ້ຮີບຮ້ອນເດີນທາງລົງໄປຢ້ຽມຢາມ, ພົບປະໂອ້ລົມ, ມອບເຄື່ອງຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈແກ່ພໍ່ແມ່ປະຊາຊົນ ທີ່ປະສົບໄພ ນໍ້າຖ້ວມ ຢູ່ສະຖານທີ່ຕ່າງໆ ເປັນຕົ້ນ ທີ່ເມືອງ ຈຳພອນ,…