ສາເຫດ ການລະເບີດຫີນ ຢູ່ເມືອງນໍ້າບາກ ອາດບໍ່ຖືກຕ້ອງເຕັກນິກ ສ້າງຄວາມເສຍຫາຍຕໍ່ຊັບສິນ-ຊີວິດປະຊາຊົນ
ໃນໄລຍະຜ່ານມາການລະເບີດຫີນ ເພື່ອເອົາຫີນປູນເຂົ້າເປັນວັດຖຸດິບ ຂອງ ໂຮງງານຊີມັງຫລວງພະບາງ ຈຳກັດ ຕັ້ງຢູ່ເຂດພັດທະນານ້ຳຖ້ວມ ເມືອງນ້ຳບາກ ແຂວງ ຫລວງພະບາງ ແມ່ນດຳເນີນມາເປັນປົກກະຕິ ແລະ ຕໍ່ເນື່ອງ ແຕ່ການລະເບີດຫີນຄັ້ງຫລ້າສຸດ ໃນຕອນແລງຂອງວັນທີ 5 ຕຸລາ 2019 ນີ້, ອາດແມ່ນຍ້ອນວິຊາການຜູ້ຮັບເໝົາ ທ້າວ ລາວເຈົ່າ ບໍ່ປະຕິບັດຕາມຫລັກການເຕັກນິກ-ວິຊາການ ຢ່າງເຂັ້ມງວດ ອັນໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ຢູ່ບ້ານໂພນມະນີ ມີ ເຮືອນເປ່ເພ 81…