ເຈົ້າໜ້າທີ່ ສືບຕໍ່ເພີ່ມຄວາມຮູ້ຄວາມເຂົ້າໃຈ ເຖິງຜົົນຮ້າຍໄພອັນຕະລາຍຢາເສບຕິດໃຫ້ນັກຮຽນ ມຕ ໂຊກນ້ອຍ
ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕຳຫຼວດ ປກສ ນວ, ໄດ້ລົງເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈ ເຖິງຜົນຮ້າຍໄພອັນຕະລາຍຢາເສບຕິດ ໃຫ້ນ້ອງນັກຮຽນໂຮງຮຽນມັດທະຍົມຕອນຕົ້ນ ໂຊກນ້ອຍ ໃນຕອນເຊົ້າ ຂອງວັນທີ 6 ພະຈິກ 2019 ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ໂຊກນ້ອຍ ເມືອງໄຊເສດຖາ ໂດຍການບັນຍາຍໃຫ້ຄວາມຮູ້ຂອງ ຮອ ແສງປະເສິດ ສຸລາພອນ ຮອງຫົວໜ້າໜ່ວຍງານໂຄສະນາ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕຳຫຼວດ ປກສ…