ລັດຖະບານ ວາງແນວທາງແກ້ໄຂໄພພິບັດໃນຕໍ່ໜ້າ ແລະ ຫຼັງນຳ້ຫຼຸດລົງ
ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານຖະແຫຼງຂ່າວກ່ຽວກັບຜົນກອງປະຊຸມລັດຖະບານ ເພື່ອປຶກສາຫາລືການແກ້ໄຂໄພພິບັດນ້ຳຖ້ວມຢູ່ທົ່ວປະເທດ ປີ 2019 ໃນວັນທີ 16 ກັນຍາ 2019 ຢູ່ສຳນັກງານນາຍົກລັດຖະມົນຕີ ວ່າ: ໄພພິບັດແຫ່ງຊາດ ສືບຕໍ່ຊີ້ນຳຢ່າງໃກ້ຊິດໃນການ ແກ້ໄຂ ແລະ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພ ນ້ຳຖ້ວມ ທີ່ຍັງຢູ່ທີ່ພັກຊົ່ວຄາວ ໃຫ້ຮັບປະກັບມີ ເຂົ້າກິນ ນ້ຳດື່ມ-ນ້ຳໃຊ້ສະອາດ ບໍ່ໃຫ້ເກີດພະຍາດ ລະບາດ ແລະ ໃຫ້ມີຄວາມສະຫງົບ ມີການຈັດຕັ້ງ -ມີຫົວໜ້າຄະນະເພື່ອຊີ້ນຳຢ່າງໃກ້ຊິດ…