Tag: ບຸນທາດຫລວງ

ສືບສານປະເພນີແຫ່ຜາສາດເຜິ້ງ ໃນໂອກາດບຸນນະມັດສະການພະທາດຫຼວງ

ປະເພນີແຫ່ຜາສາດເຜິ້ງຖືເປັນພິທີກຳສຳຄັນຂອງພຸດທະສາສະໜາ ແມ່ນວັດທະນະທຳອັນດີງາມຂອງຊາດລາວທີ່ເຄີຍປະຕິບັດກັນມາໃນແຕ່ລະປີ, ສະແດງເຖິງຄວາມສາມັກຄີຂອງປວງຊົນລາວທັງຊາດໂດຍສະເພາະແມ່ນຊາວນະຄອນຫຼວງວຽງຈັນ, ເຊິ່ງພິທີໄດ້ຈັດຂຶ້ນໃນວັນທີ 10 ພະຈິກ 2019 ກົງກັບມື້ຂຶ້ນ 14 ຄໍ່າເດືອນສິບສອງເພັງຢູ່ທີ່ເດີ່ນພະທາດຫຼວງ, ນະຄອນ ຫຼວງວຽງຈັນ.   ໂດຍມີພະສົງ-ສາມະເນນ, ເຈົ້າຄອງນະຄອນຫຼວງວຽງຈັນ, ແຂກທັງພາຍໃນ ແລະ ຕ່າງປະເທດ, ປະຊາຊົນ ລາວບັນດາເຜົ່າ ແລະ ມວນຊົນ ຊາວນະຄອນຫຼວງວຽງຈັນ ເຂົ້າ ຮ່ວມຢ່າງເປັນຂະບວນຟົດຟື້ນ. ເພື່ອສະເຫຼີມສະຫຼອງບຸນພະທາດຫຼວງທັງເປັນການເສີມຂະຫຍາຍ ແລະ ສືບທອດວັດທະ ນະທຳອັນດີງາມຂອງຊາດລາວໃຫ້ຄົງຢູ່ຄູ່ຄົນລາວຕະຫຼອດໄປ ຂະບວນແຫ່ຜາສາດເຜິ້ງໄດ້ເລີ່ມ…

ການນຳໃຊ້ເສັ້ນທາງ – ບ່ອນຈອດລົດ ແລະ ຂໍ້ຫ້າມຕ່າງໆໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ ປີນີ້

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນໄດ້ອອກແຈ້ງການເຖິງພາກສ່ວນຕ່າງໆ ຕະຫຼອດຮອດ ມວນຊົນລາວ ແລະ ຊາວຕ່າງປະເທດທີ່ຈະມາທ່ຽວງານບຸນນະມັດສະການພຣະທາດຫຼວງວຽງຈັນ ໃນວັນທີ 05-11 ພະຈິກ 2019 ງານວາງສະແດງສິນຄ້າທີ່ສູນການຄ້າລາວ-ໄອເຕັກ ວັນທີ 06-17 ພະຈິກ 2019 ແລະ ພິທີສະຫຼຸບຜົນການປະຕິສັງຂອນພິພິທະພັນພຣະທາດຫຼວງວຽງຈັນ ຄັ້ງທີ IV; ໃນນີ້ ໄດ້ກໍານົດການນໍາໃຊ້ເສັ້ນທາງ, ສະຖານທີ່ຈອດລົດ ແລະ ຂໍ້ຫ້າມຕ່າງໆໄວ້ 13 ຂໍ້ຄື: 1. ຫ້າມໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ…