ໂຮງງານຊີມັງສາກົນຫົວພັນ – ອາງຊຶຈະເລີ່ມຜະລິດທົດລອງໃນທ້າຍປີ 2019 ນີ້
ໂຮງງານຊີມັງສາກົນຫົວພັນ-ອາງຊຶ ເປັນກິດຈະການລົງທຶນຂອງບໍລິສັດຊີມັງສາກົນ ຫົວພັນ ອາງຊຶຈຳກັດ ເຊິ່ງເປັນບໍລິສັດສັນຊາດຈີນ ໃນວົງເງິນລົງທຶນ 50ລ້ານຢວນ ຫຼື ປະມານ63ຕື້ກີບ, ມີສະຖານທີ່ໂຮງງານຕັ້ງຢູ່ ບ້ານກ້າງທາດ ເມືອງວຽງໄຊ ແຂວງຫົວພັນ ເຊິ່ງປັດຈຸບັນໂຄງການກໍ່ສ້າງໄດ້ສຳເລັດແລ້ວ 90 % ແລະ ຄາດວ່າຈະດຳເນີນການຜະລິດທົດລອງໃນທ້າຍປີ 2019 ນີ້. ທ່ານ ໄຊຈົ້ງ ຫົວໜ້າວິຊາການພາກສະໜາມ ໂຮງງານຊີມັງສາກົນຫົວພັນ-ອາງຊຶລາຍງານເມື່ອວັນທີ 7 ພະຈິກ 2019 ນີ້ວ່າ: ໂຄງການກໍ່ສ້າງໂຮງງານຊີມັງແຫ່ງນີ້ໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2018…