Tag: ຊາວນາ

ການຜະລິດລະດູແລ້ງນີ້ໄຊຍະບູລີມີແຜນປູກເຂົ້ານາແຊງເນື້ອທີ່ 2,300 ເຮັກຕາ ແລະ ພືດຜັກຕ່າງໆເນື້ອທີ່ 145,91 ເຮັກຕາ

ທ່ານ ແສງອາທິດ ລາວເບຼຍຢາທໍ່ ຫົວໜ້າຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໄດ້ເປີດເຜີຍຕໍ່ທີມງານຂ່າວແຂວງໄຊຍະບູລີວ່າ: ການເກັບກູ້ຜົນຜະລິດພືດລະດູຝົນຂອງຊາວກະສິກອນແຂວງໄຊຍະບູລີ ແມ່ນໄດ້ເລີ່ມລົງມືເກັບກູ້ຜົນຜະລິດຂອງຕົນມາແຕ່ຕົ້ນເດືອນຕຸລາ 2019 ແລະ ມາຮອດປະຈຸບັນແມ່ນສໍາເລັດແລ້ວເກືອບ 50% ຄາດວ່າຈະໃຫ້ສໍາເລັດໃນກາງເດືອນທັນວານີ້. ໃນນີ້ເນື້ອທີ່ປູກເຂົ້ານາປີຕາມແຜນການໃນທົ່ວແຂວງມີເນື້ອທີ່ 34,287 ເຮັກຕາ ແຕ່ປັກດໍາຕົວຈິງໄດ້ພຽງແຕ່ 32.707,49 ເຮັກຕາ ມາຮອດປະຈຸບັນແມ່ນເກັບກູ້ແລ້ວໃນເນື້ອທີ່ 10.607,37 ເຮັກຕາ, ເທົ່າກັບ 32,43% ເຂົ້າເນີນສູງເນື້ອທີ່ແຜນການ 10,480 ເຮັກຕາ, ປູກເຂົ້າຕົວຈິງ 11.185,11…