ລັດຖະບານໄດ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດແລະຊົມໃຊ້ພາຍໃນແລ້ວ ເພື່ອຫວັງຈະຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ ແລະບໍລິໂພກ
ລັດຖະບານໄດ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດແລະຊົມໃຊ້ພາຍໃນແລ້ວ ເພື່ອຫວັງຈະຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ ແລະບໍລິໂພກ ພາຍຫລັງເກີດສະພາບການແຂງຄ່າຂອງເງິນຕາຕ່າງປະເທດ ໃນລະດັບທີ່ສູງ ເຮັດໃຫ້ສິຄ້າຫລາຍລາຍການເໜັງຕີງຂຶ້ນ ສົ່ງຜົນກະທົບຕໍ່ລະບົບເສດຖະກິດຂອງປະເທດ. ທ່ານສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າກ່າວວ່າ: ຄະນະສະເພາະກິດທີ່ລັດຖະບານແຕ່ງຕັ້ງຂຶ້ນມາ ປະກອບມີຮອງນາຍົກລັດຖະມົນຕີເປັນປະທານ ແລະຮອງລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າ ລວມທັງພາກສ່ວນຕ່າງໆ ນັບທັງຢູ່ສູນກາງແລະທ້ອງຖິ່ນເປັນຄະນະ ເພື່ອເຮັດວຽກຕາມສິດແລະໜ້າທີ່ຂອງຂະແໜງການກ່ຽວຂ້ອງ. ທ່ານສົມຈິດ ອິນທະມິດ ໃຫ້ຮູ້ວ່າ ສາເຫດທີ່ເຮັດໃຫ້ເງິນກີບລາວອ່ອນຄ່າລົງ ເມື່ອທຽບໃສ່ເງິນບາດຂອງໄທ ແລະເງິນໂດລາ ຂອງສະຫະລັດ ປັດໃຈໜຶ່ງແມ່ນເກີດມາຈາກຄວາມຕ້ອງການເງິນຕາຕ່າງປະເທດໃນປະລິມານສູງ ບວກກັບການຜະລິດຢູ່ປະເທດເຮົາ ມີຂໍ້ຈໍາກັດບາງດ້ານ ບໍ່ຂະຫຍາຍຕົວແບບຕໍ່ເນື່ອງ ຫລືມີການຢຸດເຊົາ…