Tag: ຂ່າວ ສຸຂະພາບ

ກະຊວງສາທາລະນະສຸກ ສົ່ງທີມແພດລົງຊ່ວຍຜູ້ປະສົບໄພນ້ຳຖ້ວມ ແລະ ປະເມີນບັນຫາສຸຂະພາບທີ່ຈະເກີດຂຶ້ນຫຼັງນ້ຳຖ້ວມ

ໃນຕອນເຊົ້າຂອງວັນທີ 8/9/2019 ຢູ່ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ, ທ່ານ ຮສ ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພອນ ພຸດທະວົງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມຂອງກະຊວງສາທາລະນະສຸກ ໄດ້ສົ່ງທີມງານວິຊາການຂອງກະຊວງສາທາລະນະສຸກ ລົງໄປແຂວງສາລະວັນ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ. ທີມງານວິຊາການຈາກກະຊວງສາທາລະນະສຸກທີ່ລົງໄປຊ່ວຍແຂວງສາລະວັນໃນຄັ້ງນີ້ ແມ່ນຈະໄດ້ໄປຊ່ວຍສະໜັບ ສະໜູນທີມແພດຂອງແຂວງສາລະວັນ ໃນການເບິ່ງແຍງສຸຂະພາບຂອງຜູ້ປະສົບໄພນ້ຳ ຖ້ວມທີ່ມາອາໄສຢູ່ຈຸດພັກເຊົາຊົ່ວຄາວຕ່າງໆຂອງແຂວງ, ໂດຍສະເພາະແມ່ນ ເມືອງຄົງເຊໂດນ ເພາະເປັນເມືອງທີ່ໄດ້ຮັບຜົນກະທົບໜັກກ່ອນໝູ່ໃນບັນດາເມືອງທີ່ຖືກນ້ຳຖ້ວມຂອງແຂວງສາລະວັນ; ປະເມີນບັນຫາທີ່ຈະ ມີຜົນກະທົບຕໍ່ສຸຂະພາບຂອງປະຊາຊົນຢູ່ເຂດນ້ຳຖ້ວມ ຍ້ອນພະຍາດທີ່ຈະເກີດຂຶ້ນໄລຍະນ້ຳຖ້ວມ ແລະ…