ສະພາບນຳ້ຖ້ວມຢູ່ທົ່ງຮາບ ແລະ ດິນເຊາະເຈື່ອນ ເຮັດໃຫ້ຊົນລະປະທານໄດ້ຮັບຄວາມເສຍຫາຍ
ຈາກສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ນັບແຕ່ອາທິດຜ່ານມາຫາອາທິດນີ້ ໄດ້ເຮັດໃຫ້ພື້ນທີ່ຕ່ຳຫຼາຍແຫ່ງທົ່ວປະ ເທດຖືກນ້ຳຖ້ວມຂັງ ໃນນັ້ນ ກໍມີເນື້ອທີ່ການຜະລິດ ເຮືອນຊານທີ່ຢູ່ອາໄສຂອງປະຊາຊົນ ຖະໜົນຫົນທາງ ແລະອື່ນໆ ສະເພາະຢູ່ນະຄອນຫຼວງວຽງຈັນ (ນວ) ກໍມີຫຼາຍຈຸດຖືກຖ້ວມຂັງ ໃນນັ້ນ ກໍມີລະບົບຫົວງານຊົນລະປະທານປະຕູລະບາຍນ້ຳຖືກດິນເຊາະເຈື່ອນເສຍຫາຍ ແລະ ເນື້ອທີ່ທຳການຜະລິດທົ່ງຮາບກໍຖືກນ້ຳຖ້ວມຂັງ ປັດຈຸບັນ ກຳລັງແກ້ໄຂຈຸດປະຕູລະບາຍນ້ຳເພື່ອລະບາຍນ້ຳອອກໄປສູ່ນ້ຳງື່ມ. ທ່ານ ສາຍຄຳ ແພງຄຳມີ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ ນວ ໃຫ້ສຳພາດວັນທີ 29 ສິງຫາ…