ຂະແໜງທ່ອງທ່ຽວ ຈຳປາສັກ ໄດ້ຮັບຜົນເສຍຫາຍໜັກຈາກໄພນຳ້ຖ້ວມ ຫລາຍແຫ່ງ
ພະແນກຄູ້ມຄອງທຸລະກິດບໍລິການຮ້ານອາຫານ ແລະ ບັນເທີງໃຫ້ຮູ້ວ່າ ຈາກໄພນ້ຳຖ້ວມຢູ່ບັນດາ 6 ແຂວງ ພາກກາງ ແລະ ພາກໃຕ້ ທີ່ຜ່ານມາໄດ້ເຮັດໃຫ້ສະຖານທີ່ທ່ອງທ່ຽວ, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານຫຼາຍແຫ່ງໄດ້ຮັບຜົນກະທົບທາງກົງ ແລະ ທາງອອ້ມ ຫລາຍສົມຄວນ. ທ່ານ ບຸນມາ ເພັດສາວົງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທອ່ງທ່ຽວໄດ້ໃຫ້ສຳພາດຕໍ່ໜັງສືພິມວຽງຈັນທາຍມື້ເຊົ້ານີ້ 19/09/2019 ວ່າ ຈາກການສັງລວມແຕ່ລະແຂວງທີ່ຖືກນຳ້ຖ້ວມ ແຂວງຈຳປາສັກໄດ້ຮັບຜົນກະທົບໜັກຫຼາຍກວ່າໝູ່, ມີແຫຼ່ງທ່ອງທ່ຽວຫຼາຍບ່ອນໄດ້ຮັບຜົນເສຍຫາຍຄື:…