ກະຊວງການເງິນ ວາງຫຼາຍວິທີ ການແກ້ໄຂໜີ້ຕ້ອງຮັບ 1.304 ຕື້ກວ່າກີບ
ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 14 ພະຈິກ 2019 ໂດຍການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໃນກອງປະຊຸມ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບມາດຕະການແກ້ໄຂໜີ້ຕ້ອງຮັບຂອງຂະແໜງສ່ວຍສາອາກອນ ຈຳນວນ 1.304,81 ຕື້ກີບ ໃນນັ້ນ ໜີ້ຂື້ນກັບຂັ້ນສູນກາງຄຸ້ມຄອງຈຳນວນ 623,83 ຕື້ກີບ ແລະ…