ບຸນໂຮມ ຊົງປະດິດ ຄົນເຊື້ອຊາດລາວ ປູກຜັກປອດສານເຄມີສົ່ງຂາຍໃຫ້ປະເທດຍີ່ປຸ່ນ
ປະຈຸບັນ ການປູກຜັກປອດສານເຄມີເປັນສິນຄ້າສົ່ງອອກໄປຂາຍຢູ່ປະເທດຍີ່ປຸ່ນ ຂອງທ່ານບຸນໂຮມ ຊົງປະດິດ ທີ່ເປັນຄົນເຊື້ອຊາດລາວ ທີ່ກັບຄືນມາດໍາລົງຊີວິດຢູ່ລາວ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ລະປີສາມາດສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ຫລາຍສົມຄວນ ບ່ອນປູກຜັກຢູ່ບ້ານໂພນໄຮຄໍາ ເມືອງໄຊທານີ ນະຄອນຫລວງວຽງຈັນ. ທ່ານບຸນໂຮມ ຊົງປະດິດ ເກີດຢູ່ເມືອງຫີນບູນ ແຂວງຄໍາມ່ວນ ອອກຈາກລາວໄປອາໄສຢູ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ປີ1969 ໃຫ້ສໍາພາດວ່າ : ການປູກຜັກປອດສານເຄມີໄດ້ເລີ່ມເຮັດມາແຕ່ປີ 2004 ເມື່ອກ່ອນທ່ານເປັນພໍ່ຄ້າຄົນກາງ ຮັບຊື້ຜັກຈາກປະເທດໃກ້ຄຽງ ເພື່ອໄປຂາຍປະເທດຍີ່ປຸ່ນ ແລະໄດ້ມີໂອກາດພົບປະກັບການນໍາຂັ້ນສູງຂອງລາວ ຢູ່ສະຖານທູດລາວ ປະຈໍານະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ໄດ້ຮັບຄໍາແນະນໍາທີ່ດີ…