ຂົວຂ້າມນຳ້ຊອງແຫ່ງໃໝ່ຢູ່ເມືອງວັງ ວຽງຖ້າສ້າງສຳເລັດແລ້ວຈະບໍ່ເກັບເງີນຄ່າຜ່ານ
ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງ ຈັນໃຫ້ຮູ້ວ່າ: ນັບແຕ່ເດືອນກັນຍາ 2019 ນີ້ຈະໄດ້ມີການສ້າງຂົວຂ້າມນ້ຳຊອງແຫ່ງໃໝ່ ຢູ່ຈຸດບ້ານຫ້ວຍສະເຫງົ້າ ແລະ ຈະສ້າງ ເສັ້ນທາງເຊື່ອມຕໍ່ລະຫວ່າງຈຸດກໍ່ສ້າງຂົວ ຫາ ບ້ານຫ້ວຍແຍ້ ເບື້ອງຕາເວັນຕົກ ຂອງເມືອງ ວັງວຽງ. ທ່ານ ຄຳຜອງ ດວງວິໄລ ເຈົ້າເມືອງເມືອງວັງ ວຽງໄດ້ໃຫ້ສຳພາດຕໍ່ທີມງານນັກຂ່າວວຽງຈັນ ທາຍມື້ເຊົ້າວັນທີ 27/9/2019 ວ່າ: ການກໍ່ສ້າງ ຂົວຂ້າມນ້ຳຊອງແຫ່ງໃໝ່ ແມ່ນໄດ້ມີການບຸກ ເບິກສົ້ນຂົວ ແລະ ຈະເລີ່ມຕອກເສົາເຂັມ ພາຍ…