ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ພ້ອມ ລົງນາມເອກະສານຮ່ວມມືສອງຝ່າຍ ຈຳນວນ 06 ສະບັບ
ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 12-13 ກັນຍາ 2019 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ເສີມຂະຫຍາຍການຮ່ວມມື…