ອາຊີບໃໝ່ມາແຮງ ປູກຫຍ້າຫວານ ຂາຍໄດ້ລາຄາ ດີກວ່າເຮັດນາ 7 ເທົ່າ ມີສັບພະຄຸນທາງຢາຫຼາຍຢ່າງ
ບັນຫາເຂົ້າລາຄາຕໍ່າເຮັດໃຫ້ຊາວນາຊໍ້າໃຈ ຈະດີບໍ່ຫາກເຮົາມີພືດທາງເລືອກເພື່ອໃຫ້ຊາວນາໄດ້ທຸກທົດແທນໃນຊ່ວງເວລາທີ່ເຂົ້າຂາຍບໍ່ໄດ້ລາຄາ ຫຼື ມີບັນຫາດ້ານການເພາະປູກວ່າແຕ່ຈະມີພືດຊະນິດໃດທີ່ປູກງ່າຍກຳໄລສູງ ແລະ ທົນຄວາມແຫ້ງແລ້ງ ພືດທາງເລືອກທີ່ວ່ານີ້ກໍ່ຄື: ຫຍ້າຫວານ ເພາະຫຍ້າຫວານໃຊ້ເວລາປູກ 30-45 ວັນ ກໍ່ສາມາດເກັບກ່ຽວໄດ້ ການເກັບຈະເກັບທຸກວັນ ແລະ ມີຄຸນນະພາບແຕກຕ່າງກັນໄປຕາມລະດູການ ບໍ່ວ່າຈະເປັນຊ່ວງໜ້າແລ້ງບໍ່ໄດ້ຮັບນໍ້າເປັນເດືອນກໍ່ບໍ່ມີຜົນກະທົບ ເຮັດໃຫ້ສາມາດປູກເປັນພືດທາງເລືອກທົດແທນເຂົ້າໄດ້ມີຄົນທີ່ເຄີຍເຮັດນາຫັນມາປູກຫຍ້າຫວານເລົ່າໃຫ້ຟັງວ່າ ແຕ່ກ່ອນເຄີຍເຮັດນາ 1 ໄລ່ເຄິ່ງ ແລະໄດ້ປ່ຽນມາປູກຫຍ້າຫວານແທນ ໂດຍການປະສານງານຂອງສຳນັກວິໃຈ ແລະ ພັດທະນາການກະເສດ ແລະ ສະຖາບັນກວດສອບຄຸນນະພາບ ແລະ ມາດຕະຖານຜະລິດຕະພັນທີ່ນອກຈາກຈະເບິ່ງແຍງການປູກ ແລະ ຮັກສາເພື່ອໃຫ້ໄດ້ມາດຕະຖານ…