ສຳນວນສັ່ງຟ້ອງຄະດີຢາເສບຕີດສົ່ງໃຫ້ສານແລ້ວ 2.005 ເລື່ອງ
ອົງການໄອຍະການປະຊາຊົນໄດ້ມີຜົນສຳເລັດຫຼາຍດ້ານໃນການການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຂົ້າໃນວຽກງານຂະແໜງຂອງຕົນ ຊຶ່ງນັບແຕ່ປີ 2021 ມາຮອດປັດຈຸບັນ, ອົງການໄອຍະການປະຊາຊົນ ໄດ້ຮັບສໍານວນຄະດີຢາເສບຕິດ 2.582 ເລື່ອງ, ໄດ້ພິຈາລະນາແກ້ໄຂແລ້ວ 2.212 ເລື່ອງ ເທົ່າກັບ 85,67 %, ໃນນັ້ນ ໄດ້ສັ່ງຟ້ອງສົ່ງສານແລ້ວຈໍານວນ 2.005 ເລື່ອງ. ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານກ່ຽວກັບ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ຕາມມະຕິ ສະບັບເລກທີ 04/ສພຊ, ລົງວັນທີ…