Month: May 2022

ອຸບັດຕິເຫດລົດຂົນສົ່ງປູນເສຍຫຼັກຕຳຂອບທາງ ຢູ່ເສັ້ນທາງດ່ວນວຽງຈັນ-ວັງວຽງ

ໃນເຊົ້າວັນທີ 12/05/2022 ໄດ້ເກີດອຸບັດຕິເຫດລົດຂົນສົ່ງປູນເສຍຫຼັກຕຳຂອບທາງ ຢູ່ເສັ້ນທາງດ່ວນວຽງຈັນ-ວັງວຽງ . ໝາຍເຫດ: ລາຍລະອຽດຈະແຈ້ງເພີ່ມເຕີມພາຍຫຼັງ .

ລາວກຽມພ້ອມ ຜະລິດນໍ້າມັນກາຊວນຮັບໃຊ້ສັງຄົມລາວ

ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ຈໍາກັດ, ຜູ້ຜະລິດ-ປຸງແຕ່ງນໍ້າມັນເຊື້ອໄຟຢູ່ພາກເໜືອຂອງລາວ ໄດ້ມີຄວາມພ້ອມດ້ານການສະໜອງນ້ຳມັນກາຊວນໃຫ້ແກ່ສັງຄົມທີ່ກຳລັງເປັນກະແສຮ້ອນແຮງໃນເວລານີ້, ເນື່ອງຈາກການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ໄດ້ກະທົບໂດຍກົງຕໍ່ເສດຖະກິດບ້ານເຮົາໃນຖານະທີ່ເປັນປະເທດນຳເຂົ້າ. ສະນັ້ນ, ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ຂອງສັງຄົມ ແລະ ມີລາຄາຖືກລົງກວ່າໃນປັດຈຸບັນ. ຫຼ້າສຸດ, ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ຈໍາກັດ ໄດ້ເຊັນສັນຍາ ຊື້-ຂາຍ ນໍ້າມັນເຊື້ອໄຟ ກັບ ບໍລິສັດ ລັດວິສະຫະກິດ ນ້ຳມັນເຊື້ອໄຟລາວ(ລນລ) ໃນວັນທີ 11 ພຶດສະພາ 2022 ທີ່ໂຮງແຮມລາວພລາຊາ,…

ເຈົ້າໜ້າທີ່ທະຫານພານ ແຂວງໜອງຄາຍປະເທດໄທກັກໂຕ ຊາຍໄທ 2ຄົນລັກຂົນຢາເສບຕິດເຂົ້າປະເທດ

ໃນວັນທີ 11 ພຶດສະພາ ນີ້ ເຈົ້າໜ້າທີ່ທະຫານພານ ແຂວງໜອງຄາຍ ປະເທດໄທ ໄດ້ຖະແຫຼງຂ່າວຈັບຊາວໄທ2 ຄົນ ທີ່ລັກລອບຂົນຢາເສບຕິດຈາກເມືອງສັງທອງ ນະຄອນຫຼວງວຽງຈັນ ຂ້າມແມ່ນ້ຳຂອງມາຝັ່ງແຂວງໜອງຄາຍ ພ້ອມຢຶດຂອງກາງເປັນ ຢາບ້າ 5.5 ລ້ານເມັດ, ກັນຊາ ນ້ຳໜັກ 1.7 ກິໂລກຣາມ ແລະອື່ນໆ ລວມມູລຄ່າ 400 ລ້ານບາດ ໃນເບື້ອງຕົ້ນ ຊາວໄທກຸ່ມດັ່ງກ່າວ ມີທັງໝົດ 11 ຄົນ ໃນນັ້ນໄດ້ຈົມນ້ຳຫາຍ…

ເຈົ້າແຂວງຫຼວງນໍ້າທາ ລົງຊຸກຍູ້ຊາວກະສິກອນຜູ້ເຮັດການຜະລິດປູກອ້ອຍຢູ່ເມືອງສິງ

ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນ້ຳທາ ພ້ອມຄະນະ ໄດ້ລົງຊຸກຍູ້ຊາວກະສິກອນທຳການຜະລິດປູກອ້ອຍຢູ່ເມືອງສິງ ໃນອາທິດຜ່ານມາ, ໂດຍການຕ້ອນຮັບຂອງ ທ່ານ ປອ ຈັນພິກພັກ ກອງຈຳປາ ເຈົ້າເມືອງໆສິງ ພ້ອມດ້ວຍຕາງໜ້າບໍລິສັດ ຍິ່ງເມົາ ສົ່ງເສີມການປູກອ້ອຍ ແລະ ຊາວກະສິກອນທຳການຜະລິດປູກອ້ອຍຢູ່ເມືອງສິງ ເຂົ້າຮ່ວມ. ໂອກາດດຽວກັນນີ້, ຜູ້ຕາງໜ້າບໍລິສັດ ຍິ່ງເມົາ ສົ່ງເສີມການປູກອ້ອຍ ໄດ້ລາຍງານກ່ຽວກັບການປູກອ້ອຍ ໃນໄລຍະຜ່ານມາ ທົ່ວເມືອງສິງ ແລະ ເມືອງລອງ ມີເນື້ອທີ່ປູກອ້ອຍທັງໝົດ 10.423…

ເມືອງງອຍ ທຳລາຍອາວຸດລ່າເນື້ອ 1.400ກວ່າກະບອກ ແລະ ສິ່ງທີ່ຜິດກົດໝາຍ

ອາທິດແລ້ວນີ້ນີ້ ເມືອງງອຍ ແຂວງຫຼວງພະບາງ ໄດ້ຈັດພິທີທໍາລາຍອ າ ວຸ ດລ່າເນື້ອ ແລະ ສິ່ງຕ້ອງຫ້າມຜິດກົດໝາຍ ຢູ່ກອງບັນຊາການທະຫານເມືອງ ໂດຍມີທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງ-ເມືອງງອຍ ພ້ອມດ້ວຍຄະນະ,ມີຫົວໜ້າ-ຮອງຫົວໜ້າຫ້ອງການ ເຈົ້າໜ້າທີ່ປກຊ-ປກສ ແລະອົງການປົກຄອງບ້ານກຸ່ມເທດສະບານ ເຂົ້າຮ່ວມ. ທ່ານ ສຸກສົມຫວັງ ຄຸນມະນີ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການອະນຸມັດຈັດພິທີ ທຳລາຍອາວຸດລ່າເນື້ອ ແລະ ສິ່ງທີ່ຕ້ອງຫ້າມຜິດກົດໝາຍ ຢູ່ພາຍໃນເມືອງ,ຈາກນັ້ນທ່ານ ປອ ສົມສະນິດ…

ສປປລາວ ຊົມໃຊ້ນໍ້າມັນເດືອນລະປະມານ 120 ລ້ານລິດ

ໃນແຕ່ລະເດືອນ ສປປ ລາວ ຕ້ອງນໍາເຂົ້ານຳມັນເຊື້ອໄຟທຸກຊະນິດ ຈຳນວນ 120 ລ້ານລິດ, ແຕ່ປັດຈຸບັນນີ້ ນຳເຂົ້າພຽງ 20 ລ້ານລິດ, ຍັງຂາດອີກ 100 ລ້ານລິດ ຈິ່ງພຽງພໍ. ສາເຫດຍ້ອນໄດ້ຮັບຜົນກະທົບຈາກລາຄານໍ້າມັນໃນຕະຫຼາດໂລກເພີ່ມສູງຂຶ້ນ ແລະ ຄ່າເງິນຕາຕ່າງປະເທດແຂງຄ່າ ເຮັດໃຫ້ຂາດເງິນໂດລາເພື່ອຊື້ນໍ້າມັນຈາກປະເທດອື່ນ ເຊິ່ງປະເທດລາວແມ່ນເພິ່ງພາອາໄສນໍ້າມັນເຊື້ອໄຟຈາກແຫຼ່ງພາຍນອກທັງໝົດ. ຜູ້ນໍາເຂົ້າບາງແຫ່ງໄດ້ຢຸດການຊື້ນໍ້າມັນຊົ່ວຄາວ ເນື່ອງຈາກບໍ່ສາມາດສ້າງກໍາໄລໄດ້ ໃນຂະນະທີ່ລາຄານໍາເຂົ້າໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກອັດຕາແລກປ່ຽນເງິນກີບ/ໂດລາທີ່ບໍ່ເອື້ອອໍານວຍ. ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສຂອງລາວ ກ່າວວ່າ:…

ເຊື້ອໄຟລາວແຈ້ງການ ເລື່ອງນໍ້າມັນຂາດແຄນ

ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ບໍ່ສາມາດຕອບສະໜອງນໍ້າມັນ ໄດ້ທົ່ວເຖິງ ໄລຍະນີ້ ເນື່ອງຈາກ ຫຼາຍປັດໃຈຄື 1. ວິກິດ ໂຄວິດ, 2. ບັນຫາ ສົງຄາມທີ່ ອູແກຣນ ແລະ 3. ບໍ່ສາມາດແລກປ່ຽນເງິນຕາໄດ້ພຽງພໍ ເພື່ອໄປຊື້ນໍ້າມັນ .

ເປີດດ່ານວຽງຈັນ-ໜອງຄາຍມື້ທໍາອິດຍັງບໍ່ຄຶກຄັກ

ມື້ທໍາອິດຂອງການເປີດປະເທດເຕັມຮູບແບບ ການເດີນທາງເຂົ້າ-ອອກ ຜ່ານດ່ານສາກົນຍັງບໍ່ທັນຄຶກຄື້ນ ! ​ພັນເອກ ສາຍສະໝິງ ສີວິໄລ, ຫົວໜ້າກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ສໍາພາດຕໍ່ສື່ມວນຊົນໃນຕອນບ່າຍວັນທີ 9 ພຶດສະພາ 2022 ວ່າ: ກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ໄດ້ອອກແຈ້ງການຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານກ່ຽວກັບການຜ່ອນຜັນສໍາລັບການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ກໍຄື ແຈ້ງການສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022, ໂດຍເຫັນດີເປີດດ່ານສາກົນທັງໝົດ 32 ແຫ່ງໃນທົ່ວປະເທດ ພ້ອມກັນນັບແຕ່…

ປກສ ຄຳມ່ວນ ຈັບ 3 ນັກຄ້າຢາຕ່າງແຂວງ 100.000 ກວ່າເມັດ

ໃນເວລາ 12:00 ໂມງຂອງວັນທີ 4 ພືດສະພາ 2022. ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ສືບຮູ້ ຈະມີກຸ່ມແກ້ງຊື້-ຂາຍຢາເສບຕິດ ມາຈາກຕ່າງແຂວງນຫດສົ່ງຢາເສບຕິດຢູ່ເເຄມທາງເລກທີ 13 ໃຕ້ເຂດບ້ານເລົ່າຄາ ເມືອງຫີນບູນ ເເຂວງຄໍາມ່ວນ ຕົກມາຮອດເວລາ 17:30 ໂມງ, ຂອງວັນດຽວກັນ ຈິ່ງໄດ້ເຫັນເປົ້າໝາຍສົງໃສເປັນເພດຍິງ 2 ຄົນຂັບຂິ່ລົດຈັກ ຍີ່ຫໍ້ຮອນດ້າເວບ 125 ໄອ໌ ສີປອນເເດງ (ບໍ່ມີປ້າຍທະບຽນ)…

ຂົວມິດຕະພາບແຫ່ງທີ່ 2 ເປີດເຂົ້າ-ອອກ ຢ່າງເປັນທາງການ

ດ່ວນ! ແຊຣ໌ບອກຕ່ໍ!!! ແຂວງສະຫວັນນະເຂດ ໄດ້ເປີດດ່ານສາກົນທຸກແຫ່ງ ທັງທາງບົກ ແລະ ທາງອາກາດໃນທົ່ວແຂວງແລ້ວ ໂດຍມີຫລາຍເງື່ອນໄຂ:ຜູ້ທີ່ຈະເດີນທາງ ເຂົ້າ-ອອກ ຕ້ອງມີໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ-19. ຜູ້ທີ່ຈະເດີນທາງ ເຂົ້າ-ອອກ ຕ້ອງມີໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ-19. #ມີໃບຢັ້ງຢືນການກວດພະຍາດໂຄວິດ-19.ລະອຽດຕາມແຈ້ງການ👇👇👇👇 ລະອຽດຕາມແຈ້ງການ👇👇👇👇 . . . .

ຂ່າວດີ ສະພາເຫັນດີຫຼຸດອາກອນຊົມໃຊ້ ແກ້ວິກິດລາຄານໍ້າມັນແພງ

ຂ່າວດີ! ຄະນະປະຈຳສະພາແຫ່ງຊາດ ຕົກລົງ ມາດຕາ 1. ເຫັນດີຮັບຮອງເອົາມາດຕະການຮັກສາສະຖຽນລະພາບ ຂອງລາຄານ້ຳມັນເຊື້ອໄຟ ໃນສະພາບລາຄານ້ໍາມັນເຊື້ອໄຟເໜັງຕີງຂຶ້ນສູງ ໂດຍຫຼຸດອັດຕາອາກອນຊົມໃຊ້ນ້ຳມັນເຊື້ອໄຟ ຕາມການສະເໜີຂອງລັດຖະບານ ດັ່ງນີ້: 1. ອັດຕາອາກອນຊົມໃຊ້ ເກັບຈາກນ້ຳມັນກາຊວນ ປັບຈາກ 21% ມາເປັນ 11% 2. ອັດຕາອາກອນຊົມໃຊ້ ເກັບຈາກນ້ຳມັນແອັດຊັງທຳມະດາ ປັບຈາກ 31% ມາເປັນ 16%. ການປັບຫຼຸດອັດຕາອາກອນຊົມໃຊ້ຄັ້ງນີ້ ເປັນມາດຕະການຊົ່ວຄາວນຳໃຊ້ໃນໄລຍະ 3 ເດືອນ, ກໍລະນີລາຄານ້ຳມັນເຊື້ອໄຟ…

ขมิ้น อุดมไปด้วยวิตามินและแร่ธาตุหลายชนิด

ขมิ้น เป็นพืชล้มลุกที่จัดอยู่ในตระกูลขิง มีเหง้าอยู่ใต้ดิน เนื้อในของเหง้าจะเป็นสีเหลือง มีกลิ่นหอมเฉพาะตัว มีตั้งแต่สีเหลืองเข้มจนถึงสีแสดจัด โดยถิ่นกำเนิดอยู่ในแถบเอเชียตะวันออกเฉียงใต้ และมีชื่ออื่น ๆ อีก เช่น ขมิ้นชัน ขมิ้นแกง ขมิ้นหยอก ขมิ้นหัว ขี้มิ้น หมิ้น ทั้งนี้ขึ้นอยู่กับแต่ละภาคและจังหวัดนั้น ๆ นิยมนำไปใช้ในการประกอบอาหาร แต่งสี แต่งกลิ่นอาหาร เช่น แกงไตปลา แกงกะหรี่ เป็นต้น ขมิ้นชันอุดมไปด้วยวิตามินและแร่ธาตุหลายชนิด เช่น วิตามินเอ วิตามินบี…