Month: May 2022

ພີທີທີ (ລາວ) ຊີ້ແຈງ ປໍ້າວຽງຈະເລີນສ້າງເງື່ອນໄຂເອງ ເຊິ່ງຜິດນະໂຍບາຍຂອງບໍລິສັດ

ບໍລິສັດ ພີທີທີ (ລາວ) ຈຳກັດ ຂໍຊີ້ແຈງເຖີງລູກຄ້າທີ່ຮັກແພງ ຈາກສຽງວິພາກວິຈານຂອງສັງຄົມໃນສື່ອອນລາຍ ທີ່ໄດ້ມີການກຳນົດເງື່ອນໄຂໃນການເຕີມນ້ຳມັນທີ່ ສະຖານີບໍລິການນ້ຳມັນ ພີທີທີ ວຽງຈະເລີນ (ສະຖານີຕົວແທນຈຳຫນ່າຍ). ທາງບໍລິສັດ ພີທີທີ (ລາວ) ຈຳກັດ ຈຶ່ງຂໍຊີ້ແຈງມານະທີ່ນີ້ ແລະ ຂໍສະແດງຄວາມຂໍໂທດມາຍັງລູກຄ້າທຸກໆທ່ານ ທີ່ປ່ອຍໃຫ້ເກີດເຫດການແບບນີ້ຂື້ນ ພີທີທີ (ລາວ) ພ້ອມນ້ອມຮັບຄຳຄິດເຫັນເພື່ອນຳມາປັບປຸງ. ຂໍອະໄພ ແລະ ເຄົາລົບຮັກ. .

ເກີດເຫດ ລົດໃຫຍ່ ເລື່ອນຕົກ ເຮືອບັກ ຂະນະຂ້າມນໍ້າງື່ມ 

ຕອນເຊົ້າວັນທີ 13 ພຶດສະພາ ເກີດເຫດ ລົດໃຫຍ່ ທີ່ຂ້າມເຮືອບັກ ນໍ້າງື່ມຈຸດບ້ານດວງບຸດດີ ເມືອງໄຊທານີນະຄອນຫຼວງວຽງຈັນ ເລື່ອນຕົກເຮືອບັກ ເຫດໃຫ້ລົດຈົມລົງນໍ້າ ໂຊກດີທີ່ໂຊເຟີ້ລອຍອອກມາໄດ້ທັນ ແລະ ປອດໄພ. ມີສະຕິເດີ້ເວລາຂ້າມນໍ້າຂ້າມໃນເພາະອຸປະຕິເຫດເກີດຂຶ້ນໄດ້ຕະຫຼອດເວລາ

ລົດຫົກລໍ້ຕໍາທ້າຍລົດເມ ເສຍຊີວິດ 2 ຄົນ

🚑🚨 ເຫດລົດ 6 ລໍ້ຕຳທ້າຍ ລົດເມ ( ເສຍຊີວິດຄາທີ່ 1 ຄົນ ) ແລະ ຕິດພາຍໃນ ເສຍຊີວິດຕໍ່ມາ ຢູ່ໂຮງໝໍ ອີກ 1 ຄົນ 🚑🚨 . ໃນວັນທີ 13.05.2022 ເວລາ 11:00ນາທີ ໃດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າມີ :…

ກະບະປີ້ນເຈັບ 1 ທາງ ປາກລາຍ-ຊະນະຄາມ

ລາຍງານ ຈາກ 1624 ແຂວງໄຊຍະບູລີ ໃນຕອນບ່າຍ ວັນທີ 13 ພຶດສະພາ 2022 ເກີດອຸບັດຕິເຫດລົດກະບະປີ້ນ. “ເຫດລົດເສຍຫຼັກປິ້ນ ເສັ້ນທາງ ປາກລາຍ-ຊະນະຄາມ ບາດເຈັບ1ຄົນ, ກູ້ໄພ1624ແຂວງໄຊຍະບູລີນຳສົ່ງໂຮງໝໍເມືອງປາກລາຍ” ລົດທີ່ເກີດເຫດແມ່ນ ທະບຽນ ກໍາແພງນະຄອນ ກດ 3515 ລາຍງານໂດຍ: 1624 ແຂວງໄຊຍະບູລີ

ຢູ່ໜ້າທຳນຽບຂາວ ພາບປະຫວັດສາ ຮ່ວມຜູ້ນຳອາຊຽນ ແລະ ທ່ານ ໂຈ ໄບເດນ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢືນຮ່ວມກັບຜູ້ນຳອາຊຽນ ແລະ ທ່ານ ໂຈ ໄບເດນ ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ຢູ່ຕໍ່ໜ້າທຳນຽບຂາວ ໃນໂອກາດກອງປະຊຸມສຸດຍອດພິເສດ ອາຊຽນ-ສະຫະລັດອາເມລິກາ. ຮູບດັ່ງກ່າວນີ້ຖືກໂພສໂດຍເຟສບຸກທາງການຂອງທ່ານ ໄບເດນ ເມື່ອຕອນເຊົ້າຂອງມື້ນີ້ຕາມເວລາປະເທດລາວ (13 ພຶດສະພາ 2022) ພ້ອມຂໍ້ຄວາມທີ່ວ່າ “ໃນແລງມື້ນີ້, ຂ້າພະເຈົ້າໄດ້ຕ້ອນຮັບຜູ້ນຳອາຊຽນສູ່ທຳນຽບຂາວເປັນຄັ້ງທຳອິດໃນປະຫວັດສາດ ແລະ ນັ້ນເປັນການເນັ້ນຢໍ້າເຖິງຄວາມມຸ່ງໝັ້ນຂອງສະຫະລັດໃນອາຊີຕາເວັນອອກສ່ຽງໃຕ້. ພວກເຮົາໄດ້ຫາລືກ່ຽວກັບຄວາມສຳຄັນໃນການເຮັດວຽກຮ່ວມກັນເພື່ອຮັບປະກັນຄວາມປອດໄພ, ຄວາມຮຸ່ງເຮືອງ…

ໜຸ່ມລາວໃຈກ້າ ປຸ້ນຄຳໄດ້ຄຳ 6 ບາດ ຢູ່ໄທ ບໍ່ໄປບໍ່ລອດ ຖືກຈັບພາຍໃນ 7 ຊົ່ວໂມງ

ຢູທູບເບີຊື່ດັງຊາວລາວ ປຸ້ນຄຳຢູ່ຮ້ານຄຳ ໄດ້ຄຳ 6 ບາດ ..ຫວັງເອົາໄປໃຊ້ໜີ້ ພ ະ ນັ ນ ອອນລາຍ ແຕ່ຖືກຈັບກ່ອນກັບລາວ ຊື່ຜູ້ຕ້ອງຫາແມ່ນ ຊື່ ທ້າວ ຄຳຈັນ. ອາຍຸ 23 ປີ, ຫລັງຈາກ ປຸ້ນໄດ້ຄຳແລ້ວ ຍັງນຳແຟນສາວໄປນອນຢູ່ໂຮງແຮມແຫ່ງຫນື່ງກຳລັງມ່ວນ! ຍັງບໍ່ໄດ້ນຸ່ງເສື້ອເລີຍ ຂະນະນັ້ນ ເຈົ້າຫນ້າທີ່ ຈື່ງເຂົ້າບຸກຜູ້ຕ້ອງຈົນສຳເລັດພາຍໃນ 7 ຊົ່ວໂມງ ຈື່ງນຳມາສືບສາວນສອບສວນ ແລະ…

ດ່ວນ! ລົດບັນທຸກນ້ຳມັນເສຍຫຼັກປິ້ນລົງຂ້າງທາງທີ່ແຂວງສາລະວັນ

ໃນວັນທີ 12 ພຶດສະພາ 2022, ລົດບັນທຸກນ້ຳມັນເກີດອຸບັດຕິເຫດຕົກລົງຂ້າງທາງຢູ່ແຂວງສາລະວັນ ເຮັດໃຫ້ນ້ຳມັນໄຫຼອອກເປັນຈຳນວນຫຼວງຫຼາຍ. . ຂະນະດຽວກັນນັ້ນ, ໄດ້ມີປະຊາຊົນຈຳນວນຫຼາຍພາກັນໄປຕັກເອົານ້ຳມັນຢູ່ບ່ອນລົດບັນທຸກເກີດອຸບັດຕິເຫດ. ສະນັ້ນ, ຂໍຮຽກຮ້ອງໃຫ້ເຈົ້າໜ້າທີ່ ແລະ ພາກສ່ຽວກ່ຽວຂ້ອງລົງໄປກວດກາ ແລະ ປ້ອງກັນໃນຈຸດເກີດເຫດຢ່າງຮີບດ່ວນ ເພາະມັນອາດຈະເກີດອັນຕະລາຍໄດ້ທຸກເວລາ. . . . .

ດ່ວນເກີດເຫດ ໄຟໄໝ້ເຮືອບິນແອບັດ ຢູ່ສະໜາມບິນຈີນ

ວັນທີ 12 ພຶດສະພາ ສຳນັກຂ່າວ ຊິນຮວາ ຈີນ ລາຍງານເຫດການໄຟໄໝ້ ເຮືອບິນ ລຳນຶ່ງ ຂອງສາຍການບິນ ທິເບດ ແອລາຍ (Tibet Airlines) ເປັນເຮືອບິນAirbus A319-100 ຖ້ຽວບິນ TV9833 ທີ່ບັນທຸກ ຜູ້ໂດຍສານ 113ຄົນ ແລະ ລູກເຮືອ ອີກ 9ຄົນ ໄດ້ແລ່ນອອກນອກ ທາງແລນ (runway) ໃນຂະນະທີ່ ພວມອອກ…

ເຈົ້າໜ້າທີ່ ຕມ ດ່ານສາກົນຂົວມິດຕະພາບ 3ພ້ອມໃຫ້ການບໍລິການປະຊາຊົນ ພາຍຫລັງເປີດດ່ານ

ໃນວັນທີ 11 ພຶດສະພາ 2022, ທ່ານ ພັທ ແກ່ນຄຳ ແກ່ນທະວົງ ຫົວໜ້າດ່ານຕຳຫລວດກວດຄົນເຂົ້າເມືອງ (ຕມ) ດ່ານສາກົນຂົວມິດຕະພາບ 3 ຄໍາມ່ວນ-ນະຄອນພະນົມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 627 ແລະ ແຈ້ງການຂອງກົມ ຕໍາຫລວດກວດຄົນເຂົ້າເມືອງ ເລກທີ 879 ທາງດ່ານສາກົນຂົວມິດຕະພາບ 3 ແມ່ນໄດ້ຜັນຂະຫຍາຍ ແລະ ແຈ້ງຕໍ່ກຳລັງເຈົ້າໜ້າທີ່ ພ້ອມທັງປະສານສົມທົບ ກັບເຈົ້າໜ້າທີ່ຝ່າຍຣາຊະອານາຈັກໄທ…

ອຸບັດຕິເຫດລົດໃຫຍ່ປະທະລົດໃຫຍ່ມີຜູ້ໄດ້ຮັບບາດເຈັບ01ຄົນ

ໃນວັນທີ12.05.2022 ເວລາ14:04ນາທີ ໜວ່ຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີລົດ ໃຫຍ່ປະທະລົດໃຫຍ່ ຢູ່ບ້ານ ຫ້ວຍຕາບ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ບາດເຈັບ 01ຄົນ. ອາການບາດເຈັບເບື້ອງຕົ້ນ: ຜູ້ບາດເຈັບ:ເພດຊາຍ ສັນຊາດລາວ ອາຍຸ20ປີ ຢູ່ບ້ານ ນ້ຳປຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ມີບາດແຜ:ຂໍ້ມືເບື້ອງຂວາພິກ,ແຂນທະເລີ້ນ. . ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນໃຫ້ຜູ້ບາດເຈັບກ່ອນນຳສົ່ງໂຮງໝໍແຂວງບໍ່ແກ້ວ.

ປກສ ນວ ເຕືອນ! ຂາຍ ແລະ ກັກຕຸນນໍ້າມັນ ສ່ຽງເກີດອັກຄີໄພ

ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ( ນວ ) ໄດ້ເຕືອນມາຍັງພໍ່ແມ່ປະຊາຊົນ ຜູ້ທີ່ນໍາເອົານໍາມັນ ມາຂາຍຊະຊາຍ ແລະ ຊື້ນໍາມັນ ໄປກັກຕຸນໄວ້ ແມ່ນມີຄວາມສ່ຽງສູງ ຕໍ່ການເກີດອັກຄີໄພ, ເຊິ່ງໃນໄລຍະຜ່ານມາ ກໍມີເຫດການເກີດຂຶ້ນມາແລ້ວ. ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ ໃຫ້ຂໍ້ມູນວ່າ: ການນໍາເອົານໍ້າມັນເຊື້ອໄຟມາໃສ່ຕຸກ ເພື່ອວາງຂາຍ ຕະຫຼອດຮອດກັກຕຸນນໍ້າມັນໄວ້ເຮືອນ ແມ່ນມີຄວາມສ່ຽງສູງ ທີ່ຈະເກີດອັກຄີໄພໄດ້ງ່າຍ…