ສປປລາວ ຊົມໃຊ້ນໍ້າມັນເດືອນລະປະມານ 120 ລ້ານລິດ
ໃນແຕ່ລະເດືອນ ສປປ ລາວ ຕ້ອງນໍາເຂົ້ານຳມັນເຊື້ອໄຟທຸກຊະນິດ ຈຳນວນ 120 ລ້ານລິດ, ແຕ່ປັດຈຸບັນນີ້ ນຳເຂົ້າພຽງ 20 ລ້ານລິດ, ຍັງຂາດອີກ 100 ລ້ານລິດ ຈິ່ງພຽງພໍ. ສາເຫດຍ້ອນໄດ້ຮັບຜົນກະທົບຈາກລາຄານໍ້າມັນໃນຕະຫຼາດໂລກເພີ່ມສູງຂຶ້ນ ແລະ ຄ່າເງິນຕາຕ່າງປະເທດແຂງຄ່າ ເຮັດໃຫ້ຂາດເງິນໂດລາເພື່ອຊື້ນໍ້າມັນຈາກປະເທດອື່ນ ເຊິ່ງປະເທດລາວແມ່ນເພິ່ງພາອາໄສນໍ້າມັນເຊື້ອໄຟຈາກແຫຼ່ງພາຍນອກທັງໝົດ. ຜູ້ນໍາເຂົ້າບາງແຫ່ງໄດ້ຢຸດການຊື້ນໍ້າມັນຊົ່ວຄາວ ເນື່ອງຈາກບໍ່ສາມາດສ້າງກໍາໄລໄດ້ ໃນຂະນະທີ່ລາຄານໍາເຂົ້າໄດ້ຮັບຜົນກະທົບຢ່າງຫຼວງຫຼາຍຈາກອັດຕາແລກປ່ຽນເງິນກີບ/ໂດລາທີ່ບໍ່ເອື້ອອໍານວຍ. ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສຂອງລາວ ກ່າວວ່າ:…