Month: May 2022

ລາຍລະອຽດ ລາຄານໍ້າມັນປັບຂຶ້ນແຕ່ລະແຂວງ

ແຈ້ງການ: ປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ທົ່ວປະເທດ ແອັດຊັງພິເສດ ປັບຂຶ້ນ 4.300 ກີບ/ລິດ ແອັດຊັງທຳມະດາ ປັບຂຶ້ນ 3.320 ກີບ/ລິດ ກາຊວນ ປັບຂຶ້ນ 2.180 ກີບ/ລິດ ເລີ່ມເວລາ 6:00ໂມງ ຂອງວັນທີ 1 ມິຖຸນາ 2022. . .

ດ່ວນທີ່ສຸດ ແຈ້ງການ ປັບຂຶ້ນລາຄານ້ຳມັນທົ່ວປະເທດ

ແຈ້ງການດ່ວນປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ທົ່ວປະເທດ  – ແອັດຊັງພິເສດ ປັບຂຶ້ນ 4.300 ກີບ/ລິດ  -​ ແອັດຊັງທຳມະດາ ປັບຂຶ້ນ 3.320 ກີບ/ລິດ  – ກາຊວນ ປັບຂຶ້ນ 2.180 ກີບ/ລິດ ເລີ່ມເວລາ 6:00ໂມງ ຂອງວັນທີ 1 ມິຖຸນາ 2022. . .

ຕົວະຂາຍລົດໃຫຍ່ ມີຜູ້ຫຼົງ ເຊື່ອໂອນເງິນມັດຈຳໃຫ້ ຈຳນວນຫຼາຍ ຖືກແຈ້ງຈັບ ດຳເນີນຄະດີ 

ໃນວັນທີ 9 ເມສາ 2022 ເວລາ 9:50 ໂມງ, ເຈົ້າໜ້າທີ່ ພະແນກຕຳຫຼວດສືບສວນ ສອບສວນ ປກສ ແຂວງຈຳປາສັກ ໄດ້ຮັບການແຈ້ງຄວາມຈາກ ທ້າວ ໜູພັກ ອາຍຸ 40 ປີ ບ້ານໝໍ້ ພຸ ເມືອງປະທຸມພອນ ວ່າ: ວັນທີ 27 ມີນາ 2022, ໄດ້ມີ ທ້າວ ກ່ອນ ໄດ້ໂພສ໌ຂາຍລົດໃຫຍ່ຜ່ານສື່ສັງຄົມອອນລາຍ ປະເພດລົດຈິບໂຕໂຍຕ້າຈູນເນີ ໃນລາຄາ 630.000 ບາດ ແລະ ຕົນກໍໄດ້ຕົກລົງຊື້-ຂາຍກັນ ໃນລາຄາ180.000.000 ກີບ ພ້ອມທັງໄດ້ໂອນ ເງິນມັດຈຳໃຫ້ຈຳນວນ 7.000.000 ກີບ; ແຕ່ ພາຍຫຼັງຜູ້ກ່ຽວໄດ້ເງິນມັດຈໍາແລ້ວກໍບໍ່ເອົາລົດມາໃຫ້ ແລະ ຂາດການຕິດຕໍ່; ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງ ເກັບກໍາຂໍ້ມູນ ແລະ ຕິດຕາມເປົ້າໝາຍຈົນຮອດ ວັນທີ 13 ພຶດສະພາ ກໍສາມາດກັກຕົວ ທ້າວ ກ່ອນມາສອບສວນ.  ຜ່ານການສອບສວນຂອງ ເຈົ້າໜ້າທີ່ວິຊາສະເພາະ, ທ້າວ ດອນ ຮັບສາລະພາບວ່າ: ຜູ້ກ່ຽວຕິດເກມ ແລະ ບໍ່ມີເງິນເຕີມບັດຈຶ່ງໄດ້ ວາງແຜນດ້ວຍວິທີການຈ່າວຂາຍລົດໃຫຍ່ແບບບໍ່ມີ ເອກະສານຜ່ານເຟສບຸກ ເພື່ອໃຫ້ລູກຄ້າຜູ້ທີ່ ຕ້ອງການຊື້ລົດດັ່ງກ່າວ ໂອນເງິນມັດຈຳກ່ອນແລ້ວ ຈຶ່ງເອົາລົດໄປສົ່ງຕາມຫຼັງ ແລະ ໃນວັນທີ 4 ມີນາ 2022 ຜູ້ກ່ຽວໄດ້ໂພສຮູບລົດໂຕໂຍຕ້າຣີໂວ້ສີຂາວ ບໍ່ມີເອ ກະສານ ໃນລາຄາ 17.000 ໂດລາ; ຈາກນັ້ນ, ກໍມີລູກຄ້າສົນໃຈຕ້ອງການຊື້ ພ້ອມທັງ ໄດ້ຕົກລົງຊື້-ຂາຍ ແລະ ລູກຄ້າກໍໄດ້ໂອນເງິນມັດ ຈຳນວນ 20.000 ບາດ ມາໃຫ້; ເມື່ອໄດ້ເງິນແລ້ວ ຜູ້ກ່ຽວກໍປິດໂທລະສັບ ແລະ ປິດເຟສບຸກ ເຮັດໃຫ້ ຂາດການຕິດຕໍ່ຕໍ່ມາຮອດວັນທີ 11 ມີນາ 2022, ຜູ້ກ່ຽວກໍ ໄດ້ໂພສຮູບລົດໂຕໂຍຕ້າຣີໂວ້ສີຂາວ ບໍ່ມີເອກະສານ ຂາຍໃນລາຄາ 14.500 ໂດລາ ແລະ ມີລູກຄ້າຜູ້ທີ່ ສົນໃຈ ພ້ອມທັງໄດ້ໂອນເງິນມັດຈຳໃນລາຄາ 5.000.000 ກີບ ເມື່ອໄດ້ເງິນແລ້ວຜູ້ກ່ຽວກໍໃຊ້ ຮູບການປິດໂທລະສັບແບບເກົ່າ ແລະ ຫຼ້າສຸດ ໃນ ວັນທີ 27 ມີນາ 2022, ຜູ້ກ່ຽວໄດ້ໂພສ໌ຂາຍລົດ ໃຫຍ່ປໍຈູນເນີ ໃນລາຄາ 680.000 ບາດ ແລະ ມີ ລູກຄ້າໂອນເງິນມັດຈໍາໃຫ້ຈຳນວນ 5.000.000 ກີບ ເມື່ອໄດ້ເງິນແລ້ວຈຶ່ງໄດ້ນັດລູກຄ້າວ່າອີກ 3 ວັນ ຈະເອົາລົດໄປໃຫ້ ແລະ ຜູ້ກ່ຽວກໍປິດໂທລະສັບ ແລະ ເຟດສ໌ບຸກ ນອກນັ້ນ, ໃນວັນດຽວກັນ ຍັງໄດ້ມີ ທ້າວ ໜູ ພັກ ຕິດຕໍ່ມາຊື້ລົດໃຫຍ່ປໍຈູເນີ້ນຳຜູ້ກ່ຽວອີກ ເຊິ່ງ ໄດ້ຕົກລົງຊື້-ຂາຍກັນໃນລາຄາ180.000.000 ກີບ ແລະ ທ້າວ ໜູພັກ ໄດ້ໂອນເງິນມັດຈຳໃຫ້ຈໍາ ນວນ 7.000.000 ກີບ ມາໃຫ້ຜູ້ກ່ຽວ, ເມື່ອໄດ້ ເງິນມັດຈຳໃຫ້ແລ້ວຜູ້ກ່ຽວກໍບໍ່ເອົາລົດໄປໃຫ້ ພ້ອມທັງຂາດການຕິດຕໍ່ ແລະ ບໍ່ສາມາດຕິດຕໍ່ໄດ້; ຈົນຮອດວັນທີ 13 ພຶດສະພາ 2022, ຈຶ່ງຖືກ ເຈົ້າໜ້າທີ່ ປກສເມືອງປະທຸມພອນ ແຂວງຈຳ ປາສັກ ຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມຂັ້ນຕອນ ຂອງກົດໝາຍ. ຜ່ານການສວບສວນຂອງເຈົ້າໜ້າທີ່ວິຊາສະເພາະ, ທ້າວ ດ່ອນ ແມ່ນມີເຈດຕະນາສໍ້ໂກງຊັບ ແທ້ການກະທໍາດັ່ງ ກ່າວແມ່ນຜິດຕໍ່ມາດຕາ 233 ຂອງປະມວນກົດ ໝາຍອາຍາແຫ່ງສປປລາວ ນອກນັ້ນຍັງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມນຳອີກ.  ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນ ສຳນວນ-ສຳເນົາເອກະສານ ເພື່ອສົ່ງ ໄອຍະການ ປະຊາຊົນ ແຂວງຈໍາປາສັກ ດຳເນີນຄະດີຕາມຂັ້ນ ຕອນຂອງກົດໝາຍບ້ານເມືອງຕໍ່ໄປ

ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍລົດລັດ

ລັດຖະບານ: ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍລົດລັດ ໃນໂອກາດດຳເນີນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພຶດສະພາ 2022 ໃນວັນທີ 30 ພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ເຫັນວ່າ ມີຄວາມຄືບໜ້າດີສົມຄວນ ທັງນີ້ ກໍ່ເພື່ອເປັນການຜັນຂະຫຍາຍ ບຸກທະລຸປະຕິບັດນະໂຍບາຍປະຢັດ ເພື່ອມີທຶນຮອນເຂົ້າໃສ່ການພັດທະນາ ແລະ ແກ້ໄຂຄວາມທຸກຍາກ ທັງເປັນການຄຸ້ມຄອງຊັບສິນຂອງລັດເຂົ້າສູ່ລະບຽບການ, ໃນນັ້ນ ໄດ້ສຳເລັດການອອກຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດ ດຳລັດ…

ພະຍາກອນອາກາດ ວັນທີ 31 ພຶດສະພາ 2022

ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນຕົກ- ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຮ້ອນ ຂຶ້ນຕື່ມອີກ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ. ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 31/5/2022 ເຖິງ ເວລາ 7:00 ໂມງ ວັນທີ 1/6/2022 -ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ,…

ເສຍຊີວິດປິດສະໜາ ທີ່ກາງທົ່ງຫຍ້າ ເຂດເມືອງຫ້ວຍຊາຍ

ໃນວັນທີ 30 ພຶດສະພາ 2022 ເວລາ 10:32ນາທີ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີຄົນນອນເສຍຊີວິດ ຢູ່ທີ່ບ້ານ ສີເມືອງງາມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 01ຄົນ: ຜູ້ເສຍຊີວິດ:ທ້າວ ພົນ ອາຍຸ 51 ປີ. ບ້ານຫາດສະ ເມືອງ ປາກທາ ແຂວງບໍ່ແກ້ວ. (ສ່ວນສາເຫດການເສຍຊີວິດແມ່ນຢູ່ໃນລະຫວ່າງການສັນນິສູດຂອງເຈົ້າໜ້າທີ່). ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວສົ່ງໄປທີ່ປ່າຊ້າແຂວງ. ທາງໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຂໍສະແດງຄວາມເສຍໃຈນຳຜູ້ເສຍຊີວິດ ແລະ…

ຮ່ວມກັນລັກງົວ 10 ຄັ້ງ ໄດ້ງົວ 11 ໂຕ ຖືກຈັບມາລົງໂທດ

ເຈົ້າໜ້າທີ່ ປກສ ກຸ່ມບ້ານທົ່ງແສງຈັນ ມອບງົວ ທີ່ຖືກລັກຄືນເຈົ້າຂອງ ຕາມການງາຍຂອງເຈົ້າໜ້າທີ່ ປກສ ກຸ່ມບ້ານທົ່ງແສງຈັນ ເມືອງຫ້ວຍຊາຍ ໃຫ້ຮູ້ວ່າ: ໄດ້ມີເຫດການຄົນບໍ່ດີເຄື່ອນໄຫວຊອກລັກງົວ ຢູ່ຕາມຄອກງົວ, ທົ່ງນາ, ຮົ້ວສວນຂອງປະຊາຊົນ ຢ່າງເປັນຂະບວນຕໍ່ເນື່ອງ ເຫດການດັ່ງກ່າວແມ່ນເກີດຂື້ນເລີ້ມແຕ່ເດືອນ 9 ປີ 2021 ຈົນມາຮອດຕົ້ນປີ 2022 ມີປະຊາຊົນຫຼາຍຄອບຄົວ ຢູ່ບ້ານທົ່ງແສງຈັນ ເມືອງຫ້ວຍຊາຍ ໄດ້ເຂົ້າມາແຈ້ງຄວາມງົວເສຍຢູ່ຫ້ອງການ ປກສ ກຸ່ມບ້ານ ຈຳນວນ 11 ໂຕ…

ເດັກນ້ອຍຈົມນໍ້າເສຍຊີວິດທີ່ນໍ້າຝາຍນ້ອຍບ້ານໂພນຫີນ

ເກີດເຫດເສົ້າໃຈ ເດັກນ້ອຍຈົມນໍ້າເສຍຊີວິດ. ບ່າຍວັນທີ 30/5/2022 ເດັກນ້ອຍຈົ່ມນຳ້ຝາຍນ້ອຍບ້ານໂພນຫີນ, ເມືອງພຽງ, ແຂວງໄຊຍະບູລີ. ຜູ້ເສຍຊີວິດແມ່ນເພດຊາຍ, ຄົນບ້ານດົງເງິນ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້ ລາຍງານໂດຍ: Tadam Simmany

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກໄທ 01- 02 ມິຖຸນາ 2022 

ກະຊວງການຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ພະນະ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ຣາຊະ ອານາຈັກໄທ ຢ່າງເປັນທາງການ, ໃນລະຫວ່າງວັນທີ 01 ຫາ 02 ມິຖຸນາ 2022 ເພື່ອຍົກລະດັບຄວາມສຳພັນຂອງສອງຊາດ ລາວ-ໄທ ລວມໄປເຖິງການພັດທະນາທາງດ້ານການຄ້າ, ເສດຖະກິດ, ການຮ່ວມມືດ້ານແຮງງງານ, ການທ່ອງທ່ຽວ ແລະ ອີກຫຼາຍໆດ້ານຂອງທັງສອງປະເທດ.

ລາວ ທົດສອບຍິງຂີປານາວຸດປ້ອງກັນອາກາດ

ໃນວັນທີ 29 ພຶດສະພາ 2022 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ສ. ເບລາຣຸສ ໄດ້ທົດສອບສະມັດຕະພາບຍິງລູກສອນໄຟ ( ຂີປານາວຸດ )ປ້ອງກັນອາກາດ C 125 – 2TM ຢູ່ພາກສະໜາມຕົວຈິງ. ພົນຈັດຕະວາ ສົມພອນ ມິດຕະພາບ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຮັບຜິດຊອບຊີ້ນຳທົດສອບສະມັດຕະພາບຍິງລູກສອນໄຟ ຄັ້ງນີ້ ໄດ້ໃຫ້ຮູ້ວ່າ: ຜ່ານການເຝິກແອບເປັນໄລຍະເວລາ 2 ເດືອນຜ່ານມາ ພະນັກງານວິຊາການກອງພັນໃຫຍ່ປ້ອງກັນອາກາດກອງທັບປະຊາຊົນລາວ ໄດ້ຮຽນຮູ້ການນຳໃຊ້ອຸປະກອນເຕັກນິກການທະຫານ…

ຕັ້ງເປົ້າປູກໄມ້ໃຫ້ເປັນປ່າປີ 2022 ເນື້ອທີ່ 37.200 ເຮັກຕາ

ປີນີ້ ທົ່ວປະເທດມີແຜນປູກໄມ້ ໃນເນື້ອທີ່ 37.200 ເຮັກຕາ ໃນປີ 2022 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນ ໃຫ້ເປັນຂະ ບວນຟົດຟື້ນ ໂດຍມີແຜນການ ຄື: ເກັບແກ່ນ 20.000 ກິໂລກຣາມ, ກ້າເບ້ຍ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 37.200 ເຮັກຕາ,…