Month: April 2022

ຫ້າມບໍລິໂພກ ແລະ ຈຳໜ່າຍ ສາຫຼ່າຍ ກາໝີແພນດ້າ ລົດດັ່ງເດີມ ແລະ ລົດທະເລແຫ້ງປຸງລົດ ລົດເຜັດ

ແຈ້ງການ ເຖິງ: ທ່ານຫົວໜ້າພະແນກສາທາລະນະສຸກແຂວງ, ນະຄອນຫຼວງ, ບໍລິສັດ, ຫ້າງຮ້ານ ແລະ ປະຊາຊົນໃນທົ່ວປະເທດ. ເລື່ອງ: ຫ້າມບໍລິໂພກ ແລະ ຈຳໜ່າຍ ຜະລິດຕະພັນອາຫານ ສາຫຼ່າຍທະເລປຸງລົດ ລົດດັ່ງເດີມ ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາໝີແພນດ້າ). – ອີງຕາມ ກົດໝາຍວ່າດ້ວຍອາຫານ, ສະບັບເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013. – ອີງຕາມ…

ອາກາດເຢັນ ໃນຕອນເຊົ້າ ສ່ວນຕອນບ່າຍອາກາດຈະຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ

ພະຍາກອນອາກາດ ປະຈໍາວັນທີ 30 ເມສາ 2022 ຄວາມກົດດັນຕໍ່າຂອງອາກາດຮ້ອນ ທີ່ມີກໍາລັງປານກາງ ຫາ ແຮງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນ ອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອາກາດເຢັນ ໃນຕອນເຊົ້າ ສ່ວນຕອນບ່າຍອາກາດຈະຮ້ອນ ໂດຍສະເພາະຢູ່ທາງພາກໃຕ້ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໃນໄລຍະວັນທີ 30 ເມສາ ຫາ 02 ພຶດສະພາ 2022.…

ໄຟໄໝ້ເຮືອນເສຍຫາຍໜັກ ເຂດບ້ານສີໃຄທົ່ງ

ໄຟໄໝ້ເຮືອນປະຊາຊົນ, ເຂດບ້ານສີໃຄທົ່ງ ໃນວັນທີ 30 ເມສາ 2022 ເວລາ 04:30 ນາທີ ເກີດເຫດ ໄຟໄໝ້ບ້ານເຮືອນປະຊາຊົນເຂດບ້ານ ສີໃຄທົ່ງເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ສາເຫດແລະຄວາມເສຍຫາຍຍັງຢູ່ໃນການກວດສອບຂອງເຈົ້າໜ້າທີ່. ລາຍງານໂດຍ: 1624 ຂໍໃຫ້ທຸກຄົນມີສະຕິລະວັງຕົວ

ລາຍລະອຽດ ລາຄານໍ້າມັນຂຶ້ນຢູ່ແຕ່ລະແຂວງ ເລີ່ມ 30 ເມສາ 2022

ກະຊວງ ອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ປັບລາຄານໍ້າມັນຂຶ້ນ ທົ່ວປະເທດ ແອັດຊັງທໍາມະດາ : +1.100 ກີບ ຕໍ່ ລິດ ແອັດຊັງພິເສດ: +910 ກີບ ຕໍ່ ລິດ ກາຊວນ: +930 ກີບ ຕໍ່ ລິດ ລາຄາໃໝ່ ນະຄອນຫຼວງວຽງຈັນ ແອັດຊັງທໍາມະດາ : 18.060 ກີບ ຕໍ່…

ແຜ່ນດິນໄຫວເຂດເມືອງປາກລາຍແຮງສັ່ນສະເທືອນ 3.0 ຣິກເຕີ

ເກີດແຜ່ນດິນໄຫວ 3.0 ຣີກເຕີ ໃນບໍລິເວນເມືອງປາກລາຍ ແຂວງໄຊຍະບູລີ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 29 ເມສາ 2022 ໃນເວລາ 06:18 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 01 ຄັ້ງ ເຊິ່ງຈຸດເກີດເຫດຢູ່ທີ່ບ້ານນາໂພ ເມືອງປາກລາຍ ແຂວງໄຊຍະບູລີ ມີຈຸດສູນກາງຢູ່ເສັ້ນຂະໜານທີ 18.433 ອົງສາເໜືອ ແລະ ເສັ້ນແວງທີ…

ລົດຂົນສາລີປີ້ນທາງເມືອງໜອງແຮດ

ລາຍງານຈາກ ປະຊາຊົນ ໃຫ້ຮູ້ວ່າ ຕອນຄ້າຍແລງ ວັນທີ 28 ເມສາ 2022 ເກີດອຸບັດຕິເຫດ ລົດຂົນສາລີປີ້ນ. ຈຸດເກີດເຫດແມານທາງໄປ ເມືອງຫນອງແຮດ ແຂວງຊຽງຂວາງ. ບໍ່ມີລາຍງານຜູ້ບາດເຈັບຈາກເຫດການຄັ້ງນີ້, ແຕ່ການສັນຈອນຕິດຄັດດົນສົມຄວນ. ຂໍໃຫ້ທຸກຄົນລະມັດລະວັງໃນການເດີນທາງ

ກຽມຮັບມື! ຝົນຕົກໜັກ, ຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ​ ໄລຍະ​ 29 ເມສາ ຫາ 02 ພຶດສະພາ

ວັນທີ​ 28​ ເມສາ​ 2022​ ນີ້​ ກົມອຸຕຸນິຍົມ ແລະ ອຸທົກກະສາດ​ ອອກແຈ້ງເຕືອນຝົນຕົກໜັກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ​ ໃນໄລຍະວັນທີ 29 ເມສາ ຫາ 02 ພຶດສະພາ 2022​ ເນື່ອງຈາກວ່າຄວາມກົດດັນຕໍ່າຂອງອາກາດຮ້ອນຈະມີກໍາລັງແຮງເພີ້ມຂື້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນອົບເອົ້າ​ ແລະ ຈະມີຝົນຕົກໜັກຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພັດແຮງໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ້:…

ເຫັນດີເອົາ! 1 ພຶດສະພາ 2022 ສປປ ລາວ ຈະເປີດປະເທດຢ່າງເຕັມຮູບແບບ

ຕາມແຈ້ງການເລກທີ 147 /ຖວທ ນະຄອນຫຼວງວຽງຈັນ, ວັນທີ 27 ເມສາ 2022 ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ລາຍງານຜົນຂອງກອງປະຊຸມ ປຶກສາຫາລື ກ່ຽວກັບການກະກຽມເປີດປະເທດແບບເຕັມຮູບແບບ ເພື່ອຕ້ອນຮັບນັກທ່ອງທ່ຽວ ຄັ້ງວັນທີ26 ເມສາ 2022 ຄື:  ບັນດາຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ ເຫັນດີເປັນເອກະພາບຕໍ່ການຊີ້ນຳຂອງລັດຖະບານໃນການເປີດປະເທດແບບເຕັມຮູບແບບເພື່ອຕ້ອນຮັບນັກທ່ອງທ່ຽວ; ກຳນົດການເປີດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດແບບເຕັມຮູບແບບ (Fuly Opened) ເລີ່ມວັນທີ 1 ພຶດສະພາ 2022 ເປັນຕົ້ນໄປ.  . .

ຝຶກອົບຮົມຈັນຍາບັນ-ຈັນຍາທໍາແພດ ໂຮງຫມໍຊຸມຊົນເມືອງຄໍາເກີດ 

ໃນຕອນເຊົ້າຂອງວັນທີ 27 ເມສາ 2022 ນີ້ ທີ່ຫ້ອງປະຊຸມໂຮງຫມໍຊຸມຊົນເມືອງຄໍາເກີດ ໄດ້ຈັດຊຸດຝຶກອົບຮົມຈັນຍາບັນ-ຈັນຍາທໍາແພດໂດຍພາຍໃຕ້ການເປັນປະທານຂອງທ່ານ ດຣ ອ່ອນສີ ສີຈັນທະວົງ ອຳນວຍການໂຮງຫມໍຊຸມຊົນເມືອງຄໍາເກີດ ມີຮອງຜູ້ອຳນວຍການ ຫົວຫນ້າໜ່ວຍງານ 9 ຫນ່ວຍງານ ພ້ອມດ້ວຍພະນັກງານ ແພດ-ໝໍ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມກວດກາ ວຽກງານລັດຖະກອນແພດ ເພື່ອໃຫ້ອົງການຄຸ້ມຄອງລັດຖະກອນແພດ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ດໍາເນີນວຽກງານດັ່ງກ່າວຢ່າງຖືກຕ້ອງ, ເປັນລະບົບ, ມີຄວາມເປັນເອກະພາບ, ເຂັ້ມແຂງ ແລະ ຫັດແໜ້ນ ແນໃສ່ຮັບປະກັນໃຫ້ແກ່ການກັນພະຍາດ, ສົ່ງເສີມສຸຂະພາບ, ປິ່ນປົວ ແລະ ຟື້ນຟູໜ້າທີ່ການມີຄຸນນະພາບ, ຍຸຕິທໍາ, ວອງໄວ, ທັນສະ ໄໝ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ.  ພ້ອມນັ້ນ ທ່ານ ດຣ ອ່ອນສີ ສີຈັນທະວົງ ອຳນວຍການໂຮງຫມໍຊຸມຊົນເມືອງຄໍາເກີດ ຍັງໄດ້ກ່າວອີກວ່າ: ລັດຖະກອນແພດມີສິດ, ໜ້າທີພັນທະ ແລະ ພາລະບົດບາດຫຼາຍຢ່າງເຊັ່ນ: ສິດໃນການປະຕິບັດໜ້າທີ່ທາງລັດຖະການ ໄດ້ຮັບການຕອບສະໜອງສະຖານທີ່ເຮັດວຽກ, ພາຫະນະ, ອຸປະກອນຮັບໃຊ້ ແລະ ສິ່ງອໍານວຍຄວາມສະດວກຕາມລະບຽບການ, ໄດ້ຮັບການພັດທະນາ ແລະ ຝຶກອົບຮົມດ້ານເຕັກນິກວິຊາການ ປະດິດຄິດສ້າງ, ຄວາມຊໍານານງານໃນໜ້າທີ່ຮັບຜິດຊອບ; ໃຫ້ບໍລິການປະຊາຊົນບັນດາເຜົ່າດ້ວຍຄວາມຈິງໃຈ, ວ່ອງໄວ, ຍຸຕິທໍາ, ສະເໝີພາບ ແລະ ດ້ວຍຄວາມເປັນມິດ; ຄຽງຄູ່ກັນນັ້ນ ແພດຕ້ອງໄດ້ປະຕິບັດຈັນຍາບັນຂອງອາຊີບຕົນຢ່າງເຂັ້ມງວດຄື: ຕ້ອງມີຈັນຍາບັນຕໍ່ຕົນເອງ, ຈັນຍາບັນຕໍ່ວິຊາຊີບ, ມີຈັນຍາບັນຕໍ່ການຈັດຕັ້ງ ແລະ ມີຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ. ນອກຈາກຈັນຍາບັນຂອງລັດຖະກອນແພດແລ້ວຍັງຕ້ອງປະຕິບັດຈັນຍາບັນຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງອີກດ້ວຍ. ການຈັດຊຸດຝຶກອົບຮົມໃນຄັ້ງນີ້ແມ່ນໃຊ້ເວລາຢູ່ສອງວັນແຕ່ວັນທີ 27-28 ເມສາ ຈິ່ງສໍາເລັດ ພາບ/ຂ່າວ: ນາງ  ທິນນະກອນ ຈັນສຸກ

ພະແນກການເງິນແຂວງອັດຕະປື ມອບລົດຈັກເພື່ອການຮຽນ-ການສອນ ໃຫ້ໂຮງຮຽນເຕັກນີກວິຊາຊີບ ແລະສູນພັດທະນາສີມືແຮງງານ 

ວັນທີ 27 ເມສາ 2022 ນີ້ ທີ່ພະແນກການເງີນແຂວງ, ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໂດຍການກ່າວມອບຂອງທ່ານ ທູນໄຊ ເມກດາວົງ ຮອງຫົວໜ້າພະແນກການເງິນ ແຂວງອັດຕະປື ແລະ ຕ່າງໜ້າກ່າວຮັບໂດຍແມ່ນທ່ານ ຖາວອນ ສຸກດາວົງ ອໍານວຍການໂຮງຮຽນເຕັກນີກວິຊາຊີບແບບປະສົມແຂວງ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການມອບ-ຮັບລົດຈັກຄັ້ງນີ້ແມ່ນໂດຍປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍ ມອບ-ຮັບລົດຈັກ ໃຫ້ບຸກຄົນ ທີ່ສານໄດ້ຕັດສິນຮີບເປັນຂອງລັດ,ທີ່ມີການເປ້ເຟ ເປັນໂຄງເຫຼັກເສດ ແລະ ອິງຕາມກົດໝາຍ ວ່າດ້ວຍຊັບສິນຂອງລັດ,ດັ່ງນັ້ນພະແນກການເງິນແຂວງອັດຕະປື ຈຶ່ງໄດ້ເຫັນດີມອບລົດຈັກ ທີ່ເປ້ເພໃຊ້ບໍ່ໄດ້ເປັນເຫຼັກເສດໃຫ້ ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງອັດຕະປື ຈຳນວນ 17 ຄັນ ແລະ ມອບໃຫ້ສູນພັດທະນາສີມືແຮງງານຈໍານວນ 10 ຄັນ. ເພື່ອໃຫ້ໂຮງຮຽນເຕັກນີກວິຊາຊີບ ແລະ ສູນພັດທະນາສີມືແຮງງານຂອງແຂວງ ນໍາໄປໜູນໃຊ້ເຂົ້າໃນການຮຽນ-ການສອນຂອງນັກສືກສາ ແລະ ຜູ້ທີ່ເຂົ້າມາເຝີກອົບຮົມດ້ານສີມືແຮງງານຢູ່ສູນພັດທະນາສີມືແຮງງານຂອງແຂວງ,ທັງນີ້ກໍ່ເພື່ອເປັນການສົ່ງເສີມ ແລະ ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ລວມທັງເປັນການສ້າງວຽກເຮັດງານທໍາໃຫ້ຊາວໜຸ່ມ-ໄວ້ໜຸມພາຍໃນແຂວງອັດຕະປື ມີວິຊາຊີບທີ່ໝັ້ນຄົງ ແລະ ສ້າງລາຍຮັບແກ້ໄຂຄວາມທຸກຍາກ . ຂ່າວ ພາບ: ໄຊຈະເລີນ

ຕອບຄຳຖາມສັງຄົມກ່ຽວກັບລົດແກ່ໄມ້ທ່ອນປີ້ນຢູ່ທາງໂຄ້ງປາກກະດິງ 

ຈາກກໍລະນີທີ່ມີລົດແກ່ໄມ້ທ່ອນປີ້ນຢູ່ໂຄ້ງປາກກະດິງ, ເມືອງປາກກະດິງ, ແຂວງບໍລິຄໍາໄຊ ເມື່ອບໍ່ດົນມານີ້ ແລ້ວມີຄົນຖ່າຍຮູບລົດດັ່ງກ່າວໂພສລົງສື່ສັງຄົມອອນລາຍ ເຮັດໃຫ້ມີຫາງສຽງວິພາກວິຈານຈາກສັງຄົມຈໍານວນໜຶ່ງວ່າເປັນການຜິດຕໍ່ຄໍາສັ່ງເລກທີ 15/ນຍ, ລົງວັນທີ 15 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ແລະ ການວິພາກວິຈານອື່ນໆ ໃນທາງທີ່ບໍ່ສ້າງ ສັນ. ຕໍ່ເຫດການນີ້, ທ່ານ ພັດທະຈອນ ແກ້ວພຸດທະວົງ, ຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 27 ເມສາ 2022 ວ່າ: ລົດແກ່ໄມ້ທ່ອນຄັນດັ່ງກ່າວ ແມ່ນລົດແກ່ໄມ້ທີ່ຂຸດຄົ້ນມາຈາກເຂດກໍ່ສ້າງພື້ນຖານໂຄງລ່າງເຂດໜ້າເຂື່ອນໄຟຟ້ານໍ້າເທີນ 1 ເຊີ່ງເປັນໄມ້ທີ່ບໍລິສັດໄດ້ຮັບສໍາປະທານຕາມການຕົກລົງຂອງລັດຖະບານ ແລະ ຜ່ານການເຫັນດີຈາກສະພາແຫ່ງຊາດຢ່າງຖືກຕ້ອງຕາມກົດໝາຍ ແລະ ມີເອກະສານການເຄື່ອນຍ້າຍໄມ້ເຂົ້າໂຮງງານຢ່າງຄົບຖ້ວນ. ຂະນະທີ່ບໍລິສັດທີ່ໄດ້ຮັບສໍາປະທານໄດ້ເສຍພັນທະອາກອນຕ່າງໆ ໃຫ້ລັດຖະບານຢ່າງຖືກຕ້ອງ, ແຕ່ຜ່ານການເຄື່ອນຍ້າຍໄມ້ມາຮອດຈຸດດັ່ງກ່າວລົດໄດ້ເກີດອຸບັດຕິເຫດປີ້ນ ເຮັດໃຫ້ມີຄົນທີ່ບໍ່ຮູ້ຂໍ້ມູນລະອຽດຖ່າຍຮູບແລ້ວໂພສລົງສື່ສັງຄົມອອນລາຍ ເຮັດໃຫ້ຜູ້ທີ່ບໍ່ຮູ້ຂໍ້ມູນຄວາມຈິງຈໍານວນໜຶ່ງວິພາກວິຈານໃນທາງທີ່ບໍ່ສ້າງສັນ. ທ່ານຊີ້ແຈງຕື່ມວ່າ: ໄມ້ທີ່ຢູ່ເຂດໜ້າເຂື່ອນໄຟຟ້ານໍ້າເທີນ 1 ມີຈໍານວນ 60.000 ແມັດກ້ອນ ໂດຍແມ່ນ ບໍລິສັດ ດວງຈະເລີນ ໄດ້ຮັບສໍາປະທານໃນການຂຸດຄົ້ນ ແລະ ເລີ່ມລົງມືຂຸດຄົ້ນນັບແຕ່ປີ 2017 ເປັນຕົ້ນມາ, ແຕ່ເນື່ອງຈາກການຂຸດຄົ້ນພົບຄວາມຫຍຸ້ງຍາກຫລາຍຍ້ອນສະພາບພູຜາປ່າດົງ ຈິ່ງຈໍາເປັນຕ້ອງໄດ້ໃຊ້ເຮືອເຂົ້າຫາບ່ອນຂຸດຄົ້ນໄມ້ ແລະ ຕ້ອງໄດ້ມຸດຕັດຕົ້ນໄມ້ຢູ່ໃຕ້ນໍ້າ ເຮັດໃຫ້ມາຮອດປີ 2021 ຜ່ານມາ ສາມາດຂຸດຄົ້ນໄມ້ໄດ້ແລ້ວ 42.000 ແມັດກ້ອນ ແລະ ຍັງອີກ 18.000 ແມັດກ້ອນ ຕ້ອງໄດ້ສືບຕໍ່ຂຸດຄົ້ນໃຫ້ສໍາເລັດ, ໃນນີ້ສະເພາະນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ ສາມາດຂຸດຄົ້ນໄດ້ແລ້ວປະມານ 2.000 ກວ່າແມັດກ້ອນ. ທ່ານກ່າວຢໍ້າຕື່ມວ່າ: ໄມ້ໃນເຂດກໍ່ສ້າງພື້ນຖານໂຄງລ່າງ ໂດຍສະເພາະຢູ່ເຂດໜ້າເຂື່ອນໄຟຟ້ານໍ້າເທີນ 1 ແມ່ນມີຄວາມຈໍາເປັນທີ່ຕ້ອງໄດ້ຂຸດຄົ້ນ ເພາະຖ້າຈະປະໃຫ້ນໍ້າຖ້ວມເສຍຫາຍໄປແມ່ນບໍ່ໄດ້ ແລະ ລັດຖະບານແມ່ນເຫັນດີ, ພ້ອມທັງຊີ້ນໍາວ່າ ທຸກຢ່າງທີ່ເປັນຊັບສິນມີມູນຄ່າຢູ່ເຂດໜ້າເຂື່ອນດັ່ງກ່າວ ຕ້ອງເກັບກູ້ຄືນມາໃຫ້ໝົດເພື່ອບໍ່ໃຫ້ເສຍຫາຍ, ສະນັ້ນ ບໍລິສັດດັ່ງກ່າວທີ່ໄດ້ຮັບການສໍາປະທານຈາກລັດຖະບານຢ່າງຖືກຕ້ອງຕາມກົດໝາຍໄດ້ດໍາເນີນການຂຸດໄມ້ຢູ່ໜ້າເຂື່ອນແຫ່ງນີ້ຈົນກວ່າຈະໝົດຈໍານວນ 60.000 ແມັດກ້ອນ. ດັ່ງນັ້ນ, ທ່ານຝາກມາຍັງຜູ້ໃຊ້ສື່ສັງຄົມອອນລາຍກ່ອນຈະໂພສ, ແຊ ຫລື ມີຄໍາເຫັນວິພາກວິຈານບັນຫາຕ່າງໆ ຕ້ອງສຶກສາຄວາມເປັນຈິງກ່ອນ ເພາະຖ້າຫາກຂໍ້ມູນບໍ່ຖືກຕ້ອງ ຫລື ຜິ ດ ພາດ, ນອກຈາກ ຈະກະທົບຕໍ່ພາກສ່ວນກ່ຽວຂ້ອງ ຍັງຈະສ້າງຄວາມບໍ່ສະຫງົບໃນສັງຄົມ ຕື່ມອີກ

ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງວຽງຄໍາ ກັກໂຕ ເປົ້າໝາຍ ລັ ກ ຕັດສາຍໄຟຟ້າ 

ສ້າງຜົນເສຍຫາຍ 34 ລ້ານກວ່າກີບພາຍຫຼັງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ປກສ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ຮັບຂໍ້ມູນຂ່າວຈາກພົນລະເມືອງດີວ່າ: ຢູ່ຂອບເຂດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ມີຄົນບໍ່ດີເຄື່ອນໄຫວລັກຊັບພົນລະເມືອງ ສະນັ້ນເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ກອງບັນຊາການ ປກສ ເມືອງວຽງຄໍາ ຈຶ່ງເລັ່ງຕິດຕາມເປົ້າໝາຍເຄື່ອນໄຫວລັກຊັບພົມລະເມືອງຈຶ່ງສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຄື: ທ້າວ ສາຍສະໝອນ ອາຍຸ 22 ປີ ປະຊາຊົນຢູ່ບ້ານໂພນໝີ ເໜືອ ເມືອງວຽງຄໍາ ແຂວງວຽງຈັນ ກັກຕົວຄັ້ງວັນທີ 27…