Month: February 2022

ຊາຍຢູ່ເຄຣນສ່ຽງຊີວິດຂວາງທາງລົດຖັງຣັດເຊຍ

ຈາກສະຖານະການສົງຄາມ ທີ່ ປະເທດຢູເຄຣນ, ໄດ້ມີການເຜີຍແຜ່ຄລິບ ໃນວັນທີ 25 ກຸມພາ 2022​ຜ່ານມາ ເມື່ອມີ ຊາຍຊາວຢູເຄຣນ ຄົນໜື່ງ ໄດ້ສ່ຽງຊີວິດ ໄປຢືນລັດຂວາງທາງ ລົດຖັງ ຂອງກອງທັບຣັດເຊຍ ທີ່ເດີນທາງມາດ້ວຍຄວາມໄວ. ເຊິ່ງເຮັດໃຫ້ລົດຫຼາຍຄັນນຕ້ອງຂີ່ລົບຫຼີກຊາຍຄົນດັ່ງກ່າວ. ກົດຊົມຄລິບ ✊🏻Українець кидається під ворожу техніку, щоб окупанти не проїхали pic.twitter.com/cZ29kknqhB — НВ…

ໄຟໄໝ້ເຮືອນເສຍຫາຍທີ່ ທ່າແຂກ

ໃນວັນທີ 25.02.2022 ເວລາ 15:20ນາທີ ໃດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າມີ : ໄຟໄໝ້ເຮືອນ ຢູ່ບ້ານ ທ່າແຂກກາງ ເມືອງ ທ່າແຂກ ແຂວງ ຄຳມ່ວນ ທີມງານໄປເຖິງຈຸດເກີດເຫດໄດ້ພົບເຫັນໄຟກຳລັງລຸກໄໝ້ ເຮືອນ 1 ຫຼັງແລ້ວລາມມາໃສ່ເຮືອນທາງຂ້າງອີກ 2 ຫຼັງ. ພວກເຮົາຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ມອດໄຟໄດ້ທຳການສະກັດກັ້ນໄຟໄວ້ໄດ້ບໍ່ໃຫ້ລຸກລາມໄປເຮືອນອື່ນຈົນສຳເລັດ . – ຄວາມເສຍຫາຍແມ່ນໄດ້ຮັບຜົນເສຍຫາຍຫລາຍສົມຄວນແລະຢູ່ໃນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍ່ໄປ.. ທ່ານໃດທີ່ຢາກເປັນສ່ວນໜຶ່ງໃນສັງຄົມໃນການບໍລິຈາກແລະອຸປະຖຳທີມງານຂອງພວກເຮົາເຊັ່ນ…

ຜົວເມຍຫວັງລວຍດ້ວຍຢາເສບຕິດ ເຂົ້າຄຸກຊໍ້າ

ຜົວ-ເມຍ ພ້ອມກັນສ້າງສາພັດທະນາຄອບຄົວຜິດວິທີ ຖືກເຈົ້າໜ້າທີ່ ຈັບພ້ອມຂອງກາງ 12.000 ເມັດ ທ້າວ ດາວລິນ ຫຼື ບີ ອາຍຸ 24 ປີ ແລະ ນາງ ຈັນດາ ຫຼື ດາ ອາຍຸ 37 ປີ ( ຜົວເມຍ ) ຢູ່ບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ຈັບຂອງກາງຢາບ້າ 12.000 ເມັດ…

ປະຊາຊົນບ້ານຜັກຂະຍ່າ ສ້າງທາງເບຕົງດ້ວຍທຶນຕົນເອງ ຜ່ານບ້ານໄລຍະທີ 2

ເມື່ອບໍ່ດົນມານີ້ ຢູ່ບ້ານຜັກຂະຍ່າ ເມືອງອາດສະພອນ ແຂວງສະຫວັນນະເຂດ, ປະຊາຊົນພາຍໃນບ້ານໄດ້ສາມັກຄີກັນກໍ່ສ້າງເສັ້ນທາງເບຕົງຜ່ານບ້ານຂອງຕົນໃຫ້ສຳເລັດຕາມແຜນການໃນໄລຍະທີ 2 ຊຶ່ງການກໍ່ສ້າງເສັ້ນທາງໃນໄລຍະທີ 2 ນີ້, ມີໄລຍະທາງຍາວ 350 ແມັດ, ກວ້າງ 5 ແມັດ, ໜາ 15-18 ຊັງຕີແມັດ, ຄາດວ່າຈະໃຫ້ສຳເລັດກ່ອນລະດູຝົນປີນີ້, ສ່ວນແຫຼ່ງທຶນການກໍ່ສ້າງຂັ້ນຕົ້ນແມ່ນເງິນລວມຂອງບ້ານ ແລະ ການລະດົມຈາກພາກສ່ວນລູກຫຼານຊາວບ້ານຜັກຂະຫຍ່າທີ່ອາໄສຢູ່ທ້ອງຖິ່ນອື່ນທັງພາຍໃນ ແລະ ຕ່າງປະເທດ ໃນມູນຄ່າຄາດຄະເນເບື້ອງຕົ້ນປະມານ 300 ລ້ານກວ່າກີບ. ການຈັດຕັ້ງປະຕິບັດວຽກງານການສ້າງທາງຄັ້ງນີ້, ແມ່ນພາຍໃຕ້ການຊີ້ນຳ-ນຳພາຂອງ ທ່ານ…

ແອບອ້າງເປັນເຈົ້າໜ້າທີ່ ຕົວະເອົາເງິນແລ່ນຄົນອອກຄຸກໄດ້

ຢ່າຫຼົງເຊື່ອຄົນງ່າຍ………….ແອບອ້າງເປັນເຈົ້າໜ້າທີ່ ຕົວະເອົາເງິນແລ່ນຄົນອອກຄຸກໄດ້ ວັນທີ 16 ກຸມພາ 2021 ຫ້ອງຂ່າວ ປກສ ແຂວງຈຳປາສັກ ລາຍງານວ່າ: ເຈົ້າໜ້າທີ່ພະແພກສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 22 ພະຈິກ 2021 ໄດ້ຮັບ ແຈ້ງຄວາມຈາກຜູ້ເສຍຫາຍຊື່ ນາງ ເຫຼືອງ ຢູ່ບ້ານໂຄກກ່ອງ ແລະ ນາງ ອ່ອນດີ ຢູ່ບ້ານປາກຊ້າງ ເມືອງສຸຂຸມມາ ວ່າ: ໄດ້ມີຊາຍບໍ່ຮູ້ຊື່…

ຫວຽດນາມ ຊ່ວຍຢາບໍາບັດຟື້ນຟູ ຜູ້ຕິດຢາເສບຕິດແກ່ລາວ

ພິທີມອບ-ຮັບ ຢາບົງແຊນ ບຳບັດຜູ້ຕິດຢາເສບຕິດ. ໃນຕອນເຊົ້າ ຂອງວັນທີ 21 ກຸມພາ 2022 ຜ່ານມາ ຢູ່ສະຖານທີ່ ດ່ານສາກົນ ເກົາແຈວ, ແຂວງ ຮ່າຕິ່ງ, ສສ ຫວຽມນາມ. ໄດ້ມີພິທີ ມອບ – ຮັບ ເຄື່ອງຊ່ວຍເຫຼືອ ຢາດອກບົວ (ຫຼື ຢາບົງແຊນ ) ເປັນຢາສຳລັບ ບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ…

ພະແນກ ຖວທ ແຂວງບໍ່ແກ້ວ ທໍາລາຍ ຕູ້ເກມ ທີ່ນຳເຂົ້າ ແລະ ເຄື່ອນໄຫວບໍ່ຖືກຕ້ອງ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 25 ກຸມພາ 2022 ນີ້, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ແຂວງບໍ່ແກ້ວ ຈັດພິທີທຳ ລາຍຕຸ້ເກມທີ່ນຳເຂົ້າ ແລະ ເຄື່ອນໄຫວບໍ່ຖືກຕ້ອງ ໂດຍມີ ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກ ຖວທ ແຂວງ ແລະ…

ตรวจยึดยาเสพติดกาแฟผสมยาอีบรรจุซองสำเร็จรูป

ตรวจยึดสิบชาติก็ไม่หมดสถานีเรือหนองคาย สนธิกำลังตรวจยึดยาเสพติด ไอซ์ ยาเค ยาอี กาแฟผสมยาอีบรรจุซองสำเร็จรูป พร้อมยาอียัดซองถั่วเน่า มูลค่ารวม 12 ล้านบาท ขณะขบวนการลักลอบนำข้ามแม่น้ำโขง ส่งลูกค้า เจอเจ้าหน้าที่ทิ้งของกลางเผ่นหนีลอยนวล . . . ที่มา

ຈັບພັນໂທປອມ ທີ່ຈໍາປາສັກ

ຈັບຊາຍໜຸ່ມປອມເປັນຕຳຫຼວດໃສ່ຊັ້ນພັນໂທ ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ຈັບຕົວຊາຍໜຸ່ມທີ່ປອມເປັນຕຳຫຼວດ ຕິດຊັ້ນພັນໂທ (ໃສ່ເຄື່ອງແບບຕຳຫຼວດແລ້ວມີມົນສະເໜ່) ແຕ່ຕ້ອງພາດທ່າ ອາຍຸຍັງນ້ອຍ ແຕ່ຕິດຊັ້ນຍົດພັນໂທ, ບາແລັດບ່າທີ່ໃສ່ນັ້ນ ເພິ່ນຍົກເລິກນຳໃຊ້ແຕ່ດົນແລ້ວ. ແຕ່ຍັງເອົາມາຕິດໃສ່ ໂດຍທີ່ບໍ່ຮູບລະບຽບຫຼັກ ການທີ່ແທ້ຈິງ. ສຸດທ້າຍຖືກຈັບດຳເນີນຄະດີຕາມລະບຽບກົດໝາຍ. ໝາຍເຫດ: ລາຍລະອຽດຕ່າງໆຈະລາຍງານໃຫ້ຊາບອີກ.