Month: January 2022

ເສຍຊີວິດ 1 ເຈັບ 11 ເຫດລົດຕົກເຫວທີ່ໄຊຍະບູລີ

⚕️ອຸບັດຕິເຫດລົດໃຫຍ່ຕົກເຫວບາດເຈັບ 11 ຄົນເສຍຊີວິດ 01 ຄົນ ⚕️ໃນວັນທີ 31 / 1 / 2022 ເວລາ 15:50 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸບັດຕິເຫດລົດໃຫຍ່ຕົກເຫວ ສະຖານທີ່ ບ້ານ ຄອນປຽກ ເມືອງໄຊຍະບູລີ ແຂວງໄຊຍະບູລີ. ⚕️ທີມກູ້ຊີບ-ກູ້ໄພໄຊຍະບູລີ 1624 ໄດ້ອອກກວດສອບເຫດພົບຄົນເຈັບ 11 ຄົນເສຍຊີວິດ 1 ຄົນ…

ອັບເດດການເປັນຢູ່ຂອງລີງ ຈາກມູນນິທິອະນຸລັກສັດປ່າ

ກ່ອນ​ອື່ນ ມູນນິທິ ອະນຸລັກສັດປ່າ ຕ້ອງ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ທຸກ​ທ່ານ​ສຳ​ລັບ​​ຄວາມ​ອົດ​ທົນ ​ຕະ​ຫຼອດ 72 ຊົ່ວ​ໂມງ​ທີ່​ຜ່ານ​ມາ​ເພື່ອ​ລໍ​ຖ້າ​ການ​ອັບ​ເດດ​ກ່ຽວ​ກັບ​ລີງ​ນ້ອຍ ແລະ ຄ່າງ​ນ້ອຍ​ສອງ​ໂຕ​ທີ່​ທາງ​ທີມ​ງານ​ຂອງ​ພວກ​ເຮົາ​ໄດ້​ກູ້​ໄພ​ມາ​ໃໝ່. ພວກ​ເຮົາ​ຕ້ອງ​ຂໍ​ອະ​ໄພ​ໃນ​ການ​ອັບ​ເດດ​ລ່າ​ຊ້າ ອັນ​ເນື່ອງ​ຈາກ​ການ​ກູ້​ໄພ​ສັດ​ປ່າ​ແຕ່​ລະ​ຄັ້ງ​ແມ່ນ​ພວກ​ເຮົາ​ໄດ້​ເນັ້ນ​ໃສ່​ສະ​ຫວັດ​ດີ​ການ​ສັດ​ປ່າ ດັ່ງ​ນັ້ນ, ຈຶ່ງ​ເຮັດ​ໃຫ້​ພວກ​ເຮົາ​ບໍ່​ມີ​ເວ​ລາ​ມາ​ຕອບ​ຂໍ້​ຄວາມ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ໄດ້​ຖາມ​ເຂົ້າ​ມາ​ໃນ​ໂຊ​ເຊຍ​ມີ​ເດຍ​ຂອງ​ພວກ​ເຮົາ. ແຕ່​ຢ່າງ​ໃດ​ກໍ​ຕາມ, ​ພວກ​ເຮົາ​ຂໍ​ໃຫ້​ທ່ານ​ກະ​ລຸ​ນາ​ອ່ານ​ໂພ​ສ​ຂ້າງ​ລຸ່ມນີ້​ທັງ​ໝົດ​ກ່ອນ ເພື່ອ​ທ່ານ​ຈະ​ໄດ້​ເຂົ້າ​ໃຈ​ເຖິງ​ສະ​ຖາ​ນະ​ການ​ຢ່າງ​ເຕັມ​ສ່ວນ. ອັນ​ທີ​ສອງ, ຂໍ​ແຈ້ງ​ໃຫ້​ທຸກ​ຄົນ​ຊາບ​ວ່າ​ລີງ​ນ້ອຍ​ສອງ​ໂຕນີ້​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ດີ. ພວກ​ມັນ​ທັງ​ສອງ​ປັບ​ຕົວ​ເຂົ້າ​ກັບ​ສະ​ພາບ​ແວດ​ລ້ອມ​ໃໝ່​ໄດ້​ຢ່າງ​ໄວ​ວາ, ກິນ​ອາ​ຫານ​ດີ ແລະ ມີ​ຄວາມ​ສຸກ​ກັບ​ການຢອກ​ເຢີ້ຍ. ສຸດ​ທ້າຍນີ້, ມູນນິທິ ຂໍ​ຕອບ​ຂໍ້​ກັງ​ວົນ​ໃຈ​ຂອງ​ທຸກ​ຄົນ​ທີ່​ໄດ້​ຂຽ​ນ​ຢູ່​ໃນ​ຂໍ້​ຄວາມ ຫຼື ຄອມ​ເມັ້ນ​ດັ່ງ​ນີ້: ທາງມູນນິທິ ເຂົ້າ​ໃຈ​ດີ​ວ່າ​ຜູ້​ດູ​ແລ​ສັດ​ທັງ​ສອງ​ໂຕນີ້​ມັກ​ຮັກ​ພວກ​ມັນ​ຫຼາຍ​ຕະ​ຫຼອດ​ຈົນ​ເຖິງ FC…

ເສຍຊີວິດ 3 ຕິດເຊື້ອໃໝ່ 329

ສະພາບໂຄວິດ-19 ລາຍງານຕົວເລກ ທີ່ມີການກວດ ຈາກຄະນະສະເພາະກິດ (ບໍ່ລວມຕົວເລກທີ່ປະຊາຊົນກວດເອງປົວເອງ) ຕິດເຊື້ອໃໝ່ 329, ປົວດີ 570 ແລະ ເສຍຊີວິດ 3 ຕິດເຊື້ອໃໝ່ລາຍງານຈາກແຂວງຕ່າງໆ ທີ່ມາ

ລົດໃຫຍ່ຕໍາກັນທີ່ທາງດ່ວນຕິດຄາລົດ 1 ຄົນ

ລາຍງານ ຈາກ 1623 ໃຫ້ຮູ້ວ່າ ຄືນວັນທີ 30 ມັງກອນ 2022 ເກີດອຸບັດຕິເຫດຮູນແຮງ ທີ່ທາງດ່ວນ ນະຄອນຫຼວງວຽງຈັນຫາວັງວຽງ. ອຸບັດຕິເຫດແມ່ນລົດກະບະຕໍາກັບລົດຂົນສົ່ງນ້ອຍ. ຈຸດເກີດເຫດ ແມ່ນທາງດ່ວນ ເຂດອ່າງນໍ້າງຶ່ມ ແຂວງວຽງຈັນ. . . ລົດກະບະຄົນບາດເຈັບຕິດພາຍໃນລົດ 1 ຄົນ. ເປັນເພດຊາຍ. . ທາງກູ້ໄພ ແລະ ເຈົ້າໜ້າທີ່ ໄດ້ຊ່ວຍຄົນເຈັບນໍາສົ່ງໂຮງໝໍ. .

ຄົນລາວທີ່ດໍາລົງຊີວິດຢູການາດາໂຊກດີຖືກເລກລາງວັນ 1.000.000 ໂດລາ

ຂ່າວຈາກ CTV News Edmonton ໃນວັນທີ 28 ມັງກອນ 2022. ໃຫ້ຮູ້ວ່າ. ທ່ານ ເບ ສູນດາລາ ທີ່ຄົນການາດາ ເຊື້ອສາຍລາວ ທີ່ເມືອງ Edmonton ໄດ້ຖືກເລກ ລາງວັນ 1 ລ້ານໂດລາ ທີ່ ອອກໃນວັນທີ 8 ມັງກອນ 2022 ຜ່ານມາ. An Edmonton man plans…

ທໍາລາຍໝາກກະໂພກແລ້ວຈໍານວນ 470 ກິໂລກຼາມ ໃຜຍັງຝ່າຝືນຈະຖືກປັບໃໝໜັກ

ທໍາລາຍໝາກກະໂພກ ຈໍານວນ 470 ກິໂລກຼາມ ວັນທີ 27 ມັງກອນ 2022, ພະແນກຕໍາຫຼວດ ປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ສົບທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ນວ ນໍາເອົາໝາກກະ ໂພກ ຈໍານວນ 470 ກິໂລກຼາມ ທີ່ຢຶດໄດ້ຈາກຮ້ານຄ້າໄປທໍາລາຍຢູ່ກອງພັນໃຫຍ່ 479 (ພູເຂົາຄວາຍ). . . ພັທ ຄໍາພອນ ພົມມະຈັນ…

ຈັບແມ່ຕູ້ຂາຍຢາພ້ອມກຸ່ມມົ້ວສຸມລຸ້ນຫຼານ

ເຈົ້າຫນ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຈັບຕົວ ແມ່ຄ້າຂາຍຢາ ຂີ້ຄຳຫມາກ ໂດຍມີລູກຄ້າ ລຸ້ນຫລານ-ເຫລັນ ເປັນຂາປະຈຳ. ໃນວັນທີ 24 ມັງກອນ 2022 ປກສ ເມືອງໄຊເສດຖາ ຈັບຕົວແມ່ຕູ້ພວງ ອາຍຸ 67 ປີ, ບ້ານຄຳສະຫວາດ ພ້ອມຢາບ້າ 80 ເມັດ. ໃນນີ້ ມີຜູ້ມົ້ວສຸມ ລຸ້ນຫລານ-ເຫລັນ ທີ່ເປັນຂາປະຈຳຂອງແມ່ຕູ້ ພວງ ຈຳນວນ…

ກຽມສະເໜີລັດຖະບານ ອານຸມັດຄ່າແຮງງານຂັ້ນຕໍ່າທີ່ 1.500.000 ກີບຕໍ່ເດືອນ

ຂ່າວຈາກ Lao National Radio ໃຫ້ຮູ້ວ່າ: ສູນກາງສະຫະພັນກໍາມະບານລາວ ກຽມປຶກສາຫາລືຄັ້ງສຸດທ້າຍກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ ກ່ຽວກັບການຂຶ້ນຄ່າແຮງງານຂັ້ນຕໍ່າ ພາຍໃນເດືອນມີນາປີນີ້ ເພື່ອໃຫ້ໄດ້ຂໍ້ຕົກລົງທີ່ຊັດເຈນ ແລ້ວສະເໜີຂໍອະນຸມັດຈາກລັດຖະບານ ເພື່ອຈັດຕັ້ງປະຕິບັດຕົວຈິງຕາມທີ່ສາມຝ່າຍໄດ້ຕົກລົງຮ່ວມກັນ. ທ່ານ ພອນສານ ວິໄລເມັ້ງ, ຮອງປະທານ ຄະນະບໍລິ ຫານງານສູນກາງສະຫະພັນກໍາມະບານລາວ ໃຫ້ສໍາພາດວ່າ: ຄ່າແຮງງານຂັ້ນຕໍ່າຢູ່ລາວໃນປັດຈຸບັນ ແມ່ນ 1.100.000 ກີບ/ຄົນ/ເດືອນ…

ຂອງກາງຫຼາຍກວ່າ 4 ໂຕນ ປກສ ແຂວງບໍ່ແກ້ວ ຈັບໄດ້ອີກແລ້ວ

ວັນທີ 26 ມັງກອນ ນີ້, ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງບໍ່ແກ້ວ ມ້າງລາຍຄະດີຢາເສບຕິດລາຍໃຫຍ່ຢູ່ເຂດເທດສະບານເມືອງຫ້ວຍຊາຍ, ກັກຜູ້ຖືກຫາ 4 ຄົນ ຢາເສບຕິດລວມ ກວ່າ 4 ໂຕນ. ເຈົ້າຫນ້າທີ່ໃຫ້ຮູ້ວ່າ: ເວລາ 17:30 ໂມງ ສາມາດກັກຕົວຜູ້ຖືກຫາໄດ້ 4 ຄົນ ຊື່ທ້າວ ໄຊບໍທໍ່ ອາຍຸ 34 ປີ, ທ້າວ ມົວວາ ອາຍຸ…

ດ່ວນໄຟໄໝ້ ເຂດຕະຫຼາວດາວເຮືອງ ນະຄອນປາກເຊ

ໃນວັນທີ 28/01/2022 ເວລາປະມານ 4:00 ເຊົ້າ ພາບຈາກ ປະຊາຊົນ ນະຄອນ ປາກເຊແມ່ຄ້າຊາວຂາຍ ໄດ້ແຕ່ແນມເບິ່ງໄຟທີ່ໄໝ້ຮ້ານຂອງຕົນຂໍ້ມູນໃຫ້ຮູ້ວ່າ ໄ ຟແມ່ນໄ ໝ້ແຕ່ປະທານ 3-4 ໂມງເຊົ້າ, ໄ ໝ້ຢ່າງຮຸນແຮງ ຈົນຮອດແຈ້ງ ຍັງຄວບຄຸມໄຟບໍ່ໄດ້. ເຈົ້າໜ້າທີ່ເລັ່ງມອດໄ ຟ ແລະ ຈະກວດຫາສາເຫດ ແລະ ປະເມີນຄວາມເສຍຫາຍຈາກ ອັກຄີໄພ ຄັ້ງນີ້. . . .…

ຈັບທີມໃຊ້ກະບະເລາະລັກ ກໍ່ເຫດມາແລ້ວ 9 ຄັ້ງ

ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ພະແນກຕຳຫຼວດ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ສາມາດກັກຕົວ ທ້າວ ໂກມິນ ຫຼື ນ້ອຍ ອາຍຸ 16 ປີ, ພັກເຊົາຢູ່ບ້ານ ໂຊກນ້ອຍ ເມືອງໄຊເສດຖາ ພ້ອມຂອງກາງປະເພດສາຍໄຟ ຈຳນວນ 54 ກິໂລກຼາມ ແລະ ເຄື່ອງມືອື່ນໆ ທີ່ໃຊ້ກໍ່ເຫດລັກຊັບ ໄປດຳເນີນຄະດີໃນວັນທີ 26 ຕຸລາ 2021 ກ່ອນຂະຫຍາຍຜົນຫາພັກພວກຮ່ວມ ຂະບວນການໄດ້ອີກ…

ทหารกองกำลังสุรสีห์ รวบต่างด้าวสัญชาติเมียนมา ลักลอบเข้าเมือง 365 ราย

ทะลักไม่หยุด! ทหารกองกำลังสุรสีห์ รวบต่างด้าวสัญชาติเมียนมา ลักลอบเข้าเมือง 365 ราย! 27 มกราคม : ทหาร ฉก.จงอางศึก กกล.สุรสีห์, ตชด.146 และ ตำรวจ สภ.เมืองประจวบคีรีขันธ์ จับกุมต่างด้าวสัญชาติเมียนมา ลักลอบข้ามแดน 135 คน บริเวณ บ.หนองขาม ต.เกาะหลัก อ.เมือง จ.ประจวบคีรีขันธ์ ขณะที่ ฉก.ลาดหญ้า ร่วมกับ ตชด.136, สภ.ไทรโยค…