ດ່ວນທີ່ສຸດ ສນຍ ແຈ້ງການແກ້ໄຂບັນຫາ ການຊື້-ຂາຍປີ້ລົດໄຟ
ດ່ວນທີ່ສຸດ ສນຍ ແຈ້ງການແກ້ໄຂບັນຫາ ການຊື້-ຂາຍປີ້ລົດໄຟ . . .
ດ່ວນທີ່ສຸດ ສນຍ ແຈ້ງການແກ້ໄຂບັນຫາ ການຊື້-ຂາຍປີ້ລົດໄຟ . . .
ປັບຂຶ້ນລາຄານໍ້າມັນ! ເລີ່ມປີໃຫມ່ສາກົນນີ້ ໃນທົ່ວປະເທດ ກະຊວງອຸດສາກະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ຈະໄດ້ປັບລານໍ້າມັນຂຶ້ນຕື່ມອີກ ເຊິ່ງລາຄາໃໝ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 1 ມັງກອນ 2022 ເວລາ 00:00 ໂມງ ໃນຂອບເຂດທົ່ວປະເທດ, ການປັບລາຄານໍ້າມັນເຊື້ອໄຟຄັ້ງນີ້ ແມ່ນໄດ້ປັບອັດຕາອາກອນຊົມໃຊ້, ອາກອນມູນຄ່າເພີ່ມ ແລະ ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກຊະນິດ ຄື: ນ້ຳມັນແອັດສັງພິເສດ ປັບຂຶ້ນ 390 ກີບ/ລິດ ນໍ້າມັນແອັດຊັງທຳມະດາ ປັບຂຶ້ນ…
ຂໍ້ມູນຈາກ ກົມຕໍາຫລວດຈະລາຈອນ ກົມໃຫຍ່ຕຳຫລວດ ກະຊວງປ້ອງ ປກສ ແຈ້ງໃຫ້ຮູ້ວ່າໃນປີ 2021 ທົ່ວປະເທດມີອຸບັດເຫດເກີດຂຶ້ນ 5.576 ຄັ້ງທຽບໃສ່ປີ 2020 ຜ່ານມາຫຼຸດລົງ 1.198 ຄັ້ງ ໃນນີ້ ພາຫະນະເປ່ເພ 9.910 ຄັນ,ຄົນໄດ້ຮັບບາດເຈັບ 8.388 ຄົນ,ຄົນເສຍຊີວິດ 831 ຄົນ ລວມມູນຄ່າເສຍ ຫາຍທັງໝົດຫລາຍກວ່າ 92 ຕື້ກີບ. ພັນເອກ ກົງສີ ສຸວັນນະຕຸ້ມ ຫົວຫນ້າກົມຕໍາຫລວດຈະລາຈອນ…
ແຈ້ງການ ວ່າດ້ວຍຫ້າມວົງດົນຕີເຄື່ອນໄຫວໃນໄລຍະສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2022. . .
ເຖີງ: ບັນດາຫ້ອງ, ກອງບັນຊາການ ປກສ 9 ຕົວເມືອງ, ກອງພັນປ້ອງກັນເຄື່ອນທີ່, ສະຖານີ 1191 ຕະຫຼອດຮອດ ປກສ ກຸ່ມ ແລະ ປກສ ບ້ານ ອ້ອມຂ້າງ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ເລື່ອງ: ຮັກສາຄວາມສະຫງົບ ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ 2022 ລະຫວ່າງວັນທີ 31 ທັນວາ 2021…
ແຈ້ງການ ເຖິງ: ຜູ້ຂັບຂີ່ທາງດ່ວນທຸກທ່ານ ທີ່ນັບຖືຢ່າງສູງ ເນື່ອງຈາກທະນາຄານແຫ່ງ ສປປ ລາວ ໄດ້ມີການດຳເນີນການປັບອັດຕາການແລກປ່ຽນຕໍ່ສະກຸນເງິນກີບ-ເງິນໂດລາສະຫະລັດ, ດັ່ງນັ້ນ, ນັບຕັ້ງແຕ່ເວລາ 00:00 ໂມງ ຂອງ ວັນທີ 1 ມັງກອນ 2022 ເປັນຕົ້ນໄປການເກັບຄ່າຜ່ານທາງຂອງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແມ່ນຈະໄດ້ອີງຕາມລາຄາເງິນກີບທີ່ລະບຸໃນປ້າຍປະກາດນີ້ໃນການຈັດຕັ້ງປະຕິບັດ. ບໍລິສັດຮ່ວມ ທຶນພັດທະນາທາງດ່ວນ ລາວ-ຈີນ ແມ່ນໄດ້ອີງຕາມກົດລະບຽບໂດຍໄດ້ລາຍງານຕໍ່ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາງທິການ ແລະ ຂົນສົ່ງ ແລະ…
ກ່ອນໜ້ານີ້ ທາງຂ່າວເສດຖະກິດ-ການຄ້າ ໄດ້ລາຍງານໄປແລ້ວກ່ຽວກັບໂຮງງານຜະລິດຢາເລກ 3 ເຜີຍກຽມຜະລິດຢາຕົວຢ່າງໂມລນູພິຣາເວຍ ໂດຍໃສ່ຊື່ວ່າໂມລາໂຄເວຍ (Molacovir) ເພື່ອການກວດສອບດ້ານມາດຕະຖານ, ຄຸນນະພາບ ແລະ ປະສິດທິພາບ, ຫາກຜ່ານການຮັບຮອງ ຈິ່ງຈະຜະລິດເພື່ອໃຊ້ໃນກໍລະນີສຸກເສີນໃນການປິ່ວປົວຜູ້ຕິດເຊື້ອໂຄວິດ ຫຼ້າສຸດນີ້ ທາງບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ແມ່ນໄດ້ເປີດເຜີຍແລ້ວສຳລັບຢາຊຸດທີ່ໃຊ້ສຳລັບສະເພາະ ຜູ້ທີ່ຕິດເຊື້ອໂຄວີດ ແລະ ມີອາຍຸ 18ປີ ຂຶ້ນໄປເທົ່ານັ້ນ, ຫ້າມແມ່ຍິງຖືພາມານ ແລະ ລ້ຽງລູກດ້ວຍນົມແມ່ກິນ. ໂມລາໂກເວຍ (Molacovir) ຢາປິ່ນປົວໂຄວີດ…
ກອງປະຊຸມກຽມຄວາມພ້ອມວຽກງານລາດຕະເວນຮ່ວມຕາມລໍາແມ່ນ້ຳຂອງ ຊາຍແດນ ລາວ- ໄທ, ໄທ-ລາວ ລະຫວ່າງ ແຂວງບໍ່ແກ້ວ ສ ປປ ລາວ ກັບ ອຳເພີຊຽງຂອງ ຈັງຫວດຊຽງຮາຍ ຣາຊາອານາຈັກໄທ ຄັ້ງປະຖົມມະລຶກ ປະຈຳປີ 2021 ເຊິ່ງໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2021 ນີ້, ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ປະເທດໄທ ໂດຍການເປັນປະທານຮ່ວມຝ່າຍ ລາວນຳໂດຍ ທາ່ນ ພັນເອກ…
29/12/2021 ໃນຄືນຂ້ອນແຈ້ງຂອງວັນທີ 29/12/2021ໄດ້ເກີດເຫດຕົ້ນໄມ້ທີີຕາຍຢືນຕົ້ນມາຫລາຍປີຫັກລົ້ມທັບສາຍໄຟຢູ່ ເຂດບ້ານໂຊກອຳນວຍ ນະຄອນປາກເຊ ແຂວງຈຳປາສັກ . ແຮງຂອງຕົ້ນໄມ້ເຮັດໃຫ້ເສົາໄຟຟ້າ ສາຍໄຟຟ້າຫັກລົ້ມລົງໃສ່ເສັ້ນທາງ ປະຈຸບັນຊາວບ້ານບໍ່ສາມາດນຳໃຊ້ໄຟຟ້າ ແລະທຽວທາາງເສັ້ນຮ່ອມສຳນັກບ້ານ ໄດ້ ຈົນກ່ວາທາງພາກສ່ວນກ່ຽວຂ້ອງຈະລົງມາແກ້ໄຂສ້ອມແປງຄືນໃໝ່ .
ຕອນບ່າຍເວລາ 15:00 ໂມງ ຂອງວັນທີ່ 27 ທັນວາ 2021, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ, ຫົວໜ້າກົມປະຊາສໍາພັນ ພ້ອມດ້ວຍຄະນະ 6 ທ່ານ ໄດ້ເຂົ້າພົບທ່ານ ແສງ ສຸຂະທິວົງ, ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ທີ່ສະ ຖານທູດລາວ ເພື່ອມາຂໍໂທດກ່ຽວ ກັບການສະເໜີຂ່າວລົດໄຟຄວາມໄວສຸງ ລາວ-ຈີນ ຊຶ່ງສື່ຂອງສະຖາ ນີວິທະຍຸ ໂທລະພາບ ແຫ່ງປະ ເທດໄທ (NBT) ໄດ້ອອກຂ່າວທີ່ຂາດຂໍ້ມູນຄວາມຈິງໃນວັນທີ່ 6 ທັນວາ 2021 ທີ່ຜ່ານມາໃນລາຍການ “ຟັງຊັດໆ ຖະໜອມຈັດໃຫ້” ຂອງທ້າວ ຖະໜອມ ອ່ອນເກດພົນ ໄດ້ນໍາສະເໜີຂ່າວທີ່ບໍ່ມີມູນຄວາມຈິງ ເຮັດໃຫ້ເຂົ້າໃຈວ່າ ລັດ ຖະບານລາວບໍ່ສາມາດໄຊ້ໜີ້ຈີນໄດ້ ຈາກການກູ້ຢືມເງີນມາລົງທຶນສ້າງທາງລົດໄຟອັນມະຫາສານ ແລະ ຍັງດູໝິ່ນຄົນລາວວ່າບໍ່ສາ ມາດຂີ່ລົດໄຟໄດ້ຍ້ອນປີ້ລົດໄຟແພງກວ່າລາຍຮັບຂອງພົນລະ ເມືອງລາວ. ໃນການເຂົ້າພົບເພື່ອຂໍໂທດ, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ ໄດ້ກ່າວສະແດງຄວາມເສຍໃຈຕໍ່ຄວາມຜິດພາດໃນການອອກຂ່າວຄັ້ງນີ້, ເຊິ່ງເພີ່ນເອງໃນນາມຜູ້ບັງຄັບບັນຊາໂດຍກົງຂອງໂທລະ ພາບຊ່ອງ NBT ໄດ້ຂໍໂທດທ່ານທູດ ແລະ ປະຊາຊົນລາວ ແລະ ຍອມຮັບວ່າເຄີຍເກີດມີຄວາມຜິດພາດໃນການສະເໜີມາແລ້ວເທື່ອໜຶ່ງ, ໂດຍຕອນນັ້ນໄດ້ມີຈົດໝາຍຂໍໂທດເປັນທາງການວ່າຈະບໍ່ໃຫ້ມີເຫດການເກີດຂື້ນອີກ ແຕ່ມາເທື່ອນີ້ໂທລະພາບ NBT ກໍໄດ້ສະເໜີຂ່າວຜິດພາດອີກຄັ້ງໜຶ່ງ. ສະນັ້ນຄັ້ງນີ້ຈຶ່ງໄດ້ນໍາພາຄະນະຜູ້ບໍລິຫານ ແລະ ນັກຂ່າວມາຂໍໂທດທີ່ສະຖານທູດໂດຍກົງ ເພື່ອສະແດງຄວາມຈິງໃຈ ແລະ ສໍານຶກໃນຄວາມຜິດທີ່ເກີດຂື້ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການອະໄພຈາກປະຊາຊົນລາວ ພ້ອມທັງຮັບປາກຢ່າງໜັກແໜ້ນວ່າ ຈະບໍ່ໃຫ້ເຫດການລັກຊະນະນີ້ເກີດຂື້ນອີກ. ພ້ອມດຽວກັນນີ້, ທ່ານພົນໂທ ສັນເສີນ ໄດ້ໃຫ້ທ້າວ ຖະໜອມ, ນັກຂ່າວຊ່ອງ NBT ກ່າວຄໍາຂໍໂທດດ້ວຍຕົນເອງຕໍ່ທ່ານທູດ ແລະ ປະຊາຊົນລາວ ແລະ ຜູ້ກ່ຽວໄດ້ເອົາພວງມະໄລກາບຂໍໂທດໂດຍກົງຕໍ່ທ່ານທູດ ແລະ ປະຊາຊົນລາວທັງຊາດ ແລະ ຫວັງວ່າປະຊາຊົນລາວຈະໃຫ້ອະໄພຕົນຕໍ່ຄວາມຜິດພາດໃນຄັ້ງນີ້. ຫຼັງຈາກນັ້ນ, ທ່ານທູດ ແສງ ໄດ້ຮັບຊາບຄໍາຂໍໂທດດັ່ງກ່າວ ໂດຍຈະນໍາເອົາການຂໍໂທດຄັ້ງນີ້ ແຈ້ງໃຫ້ປະຊາຊົນຮັບຊາບ, ເຊິ່ງທ່ານທູດເຊື່ອໝັ້ນວ່າປະຊາຊົນລາວຜູ້ມີຈິດໃຈໂອບເອື້ອອາລີ ຈະໃຫ້ອະ ໄພໃນຄວາມຜິດພາດຄັ້ງນີ້ ແລະ ສະແດງຄວາມຫວັງວ່າຈະບໍ່ເກີດຄວາມຜິດພາດໃນລັກຊະນະນີ້ເກີດຂື້ນອີກ. ໃນໂອກາດນີ້ ທ່ານທູດ ໄດ້ເໜັ້ນໃຫ້ເຫັນເຖິງຄວາມສໍາພັນ ລາວ-ໄທ ທີ່ເປັນເພື່ອນບ້ານໃກ້ຄຽງ ທີ່ມີຮີດຄອງປະ ເພນີ, ວັດທະນະທໍາ ແລະ ພາສາປາກເວົ້າ ທີ່ຄ້າຍຄືກັນ. ພ້ອມນີ້ ທ່ານທູດຍັງໄດ້ກ່າວຕື່ມວ່າ ຕໍ່ໜ້າຫາກມີບັນຫາບໍ່ເຂົ້າໃຈ ຫຼື ຕ້ອງການຂໍ້ມູນລະອຽດ ກໍຂໍໃຫ້ຕິດຕໍ່ປະສານມາຍັງສະຖານທູດເພື່ອຂໍຂໍ້ມຸນຂ່າວສານທີ່ຖຶກຕ້ອງຕາມຄວາມເປັນຈິງ ເພື່ອສະເໜີຂ່າວທີ່ເຮັດໃຫ້ສັງຄົມຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ຖຶກຕ້ອງ. ທ່ານທູດ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງໂຄງການລົດໄຟຄວາມໄວສູງ ລາວ-ຈີນ ທີ່ເປັນເສັ້ນທາງປະ ຫວັດສາດ ແລະແມ່ນເສັ້ນທາງທໍາອິດສໍາລັບປະຊາຊົນລາວ. ປະຊາຊົນລາວ ມີຄວາມພາກ ພູມໃຈໃນການເປີດການນໍາໃຊ້ລົດໄຟຄວາມໄວສູງດັ່ງກ່າວ, ເຊິ່ງໂຄງການນີ້ ແມ່ນເພື່ອຜົນປະ ໂຫຍດຂອງປະຊາຊົນລາວ, ປະຊາຊົນປະເທດເພື່ອນບ້ານ, ປະເທດອາຊຽນ ແລະ ພາກພື້ນໃນອານາຄົດ. ສຸດທ້າຍນີ້, ທ່ານທູດ ໄດ້ເໜັ້ນຄືນຈຸດຢືນຂອງລັດຖະບານ ສປປ. ລາວ ຍາມໃດ ກໍພະຍາ ຍາມເສີມຂະຫຍາຍ ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີນໍາກັນຂອງສອງປະເທດ ໃຫ້ນັບມື້ຈະເລີນກ້າວໜ້າ, ເຊິ່ງຕົນເອງໃນນາມທູດ ຈະທຸ້ມເທເຫື່ອແຮງສືບຕໍ່ຊຸກຍູ້ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂື້ນ.
ປີໃຫມ່ສາກົນນະຄອນຫລວງວຽງຈັນ ຫ້າມເຕົ້າໂຮມຊຸມແຊວສັງສັນດື່ມສິ່ງມຶນເມົາທຸກຮູບແບບ .
มาตรการสำหรับผู้เดินทางเข้าราชอาณาจักร – ระงับการลงทะเบียนTest & Go และ Sandbox ชั่วคราว ตั้งแต่วันที่ 22 ธันวาคม 2564ส่วน Phuket Sandbox และการเข้ามาแบบกักตัวยังสามารถลงทะเบียนเข้ามาได้ปกติ – ผู้ที่ได้รับอนุมัติ เข้ามาต้องใช้มาตรการเดิมแต่เพิ่มการตรวจหาเชื้อ RT-PCR 2 ครั้ง (ครั้งที่ 2 รัฐบาลรับผิดชอบค่าใช้จ่าย)ทั้งระบบ Test & Go และ Sandboxเพิ่มมาตรการกำกับติดตามอาการ การเข้าพักในพื้นที่การตรวจหาเชื้อครั้งที่…