ເຈົ້າໜ້າທີ່ແຂວງອຸດົມໄຊມ້າງຂະບວນການຜະລິດຢາເສບຕິດຄັ້ງໃຫຍ່
ເຈົ້າໜ້າທີຕຳຫຼວດ ປກສ ແຂວງອຸດົມໄຊ ສົມທົບພາກສ່ວນກ່ຽວຂ້ອງເຂົ້າຈັບກຸມເປົ້າໝາຍມີການຜະລິດຢາເສບຕິດ ພ້ອມຍຶດເຄື່ອງຂອງກາງຫຼາຍປະເພດ ໃນຕົ້ນເດືອນ ມິຖຸນາ 2021 ທາງກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຢູ່ຈຸດພື້ນທີ່ສວນລ້ຽງງົວ ຢູ່ເຂດບ້ານພູສະຫວັນ, ເມືອງໄຊ ແຂວງອຸດົມໄຊ ໄດ້ພົບເຫັນຮ່ອງຮອຍສົງໄສມີການຜະລິດຢາເສບຕິດ ຈິ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາຊັນນະສູດຈຸດພື້ນທີ່ດັ່ງກ່າວ ຜ່ານການກວດກາ ຊັນນະສູດເຫັນວ່າມີຂໍ້ມູນຫຼັກຖານທີ່ເຊື່ອຖືໄດ້ວ່າ, ມີການຜະລິດຢາເສບຕິດຢູ່ຈຸດດັ່ງກ່າວແທ້ ເປົ້າໝາຍສົງໄສທີ່ເປັນເຈົ້າຂອງສວນ ແລະ ເປັນຕົວການໃນການເຄື່ອນໄຫວຜະລິດຢາເສບຕິດແມ່ນ ທ້າວ ວາລີ ວ້າ ປະຊາຊົນຢູ່ ບ້ານພູສະຫວັນ, ເມືອງໄຊ,…