ວັນທີ 11 ມີຖຸນາ ປີ 2022 ເວລາ 10:00 ໂມງ, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ສົມທົບກັບ ປກສ ກຸ່ມ ຕາດທອງ ແລະ ອໍານາດການປົກຄອງບ້ານໂພນສົມບູນ ເຂົ້າກວດຄົ້ນ ແລະ ຈັ ບ ຕົວນາງ ກະມົນວັນ ຫຼື ນົກ, ອາຍຸ 30 ປີ, ອາຊີບຄ້າຂາຍ ແລະ ທ້າວ ບຸນເພັງ ບຸຜາໄຊຫຼື ກຸງກິ່ງ, ອາຍຸ 25 ປີ, ອາຊີບຄ້າຂາຍ ບ້ານໂພນສົມບູນ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ພ້ອມຂອງກາງ ຢ ບ ຈຳນວນ 271 ເມັ ດ, ມາດໍາເນີນຄະດີ. ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ກ່ອນເຂົ້າຈັ ບຕົວເປົ້າໝາຍ ເຈົ້າໜ້າທີ່ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງ ວ່າ: ມີໄວໜຸ່ມທຽວເຂົ້າ-ອອກ ຊື້-ຂາຍ ຢ ບ ຢູ່ເຮືອນເປົ້າໝາຍ ຈຶ່ງໄດ້ລົງຕິດຕາມເຫັນວ່າມີການເຄື່ອນໄຫວຊື້ຂາຍ ຢ າ ເ ສ ບ ຕິ ດ, ຕົກມາຮອດເວລາ14:05 ໂມງ, ຂອງວັນດຽວກັນຈິ່ງໄດ້ເຂົ້າ ຈັ ບ ຕົວ, ພ້ອມກວດຄົ້ນຕົວ ພົບເຫັນຂອງກາງ ຢ ບ ຈຳນວນ 271 ເ ມັ ດ, ຢູ່ຖົງໂສ້ງເບື້ອງຊ້າຍຂອງ ນ. ກະມົນວັນ ຫຼື ນົກ ຈຶ່ງໄດ້ນຳຕົວຄູ່ຜົວເມຍມາສອບສອບສວນຂະຫຍາຍຜົນ ດຳເນີນຄະດີຕາມລະບຽບກົດໝາຍ ປັດຈຸບັນຄະດີດັ່ງກ່າວ, ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວມເລັ່ງສືບຄົ້ນກຸ່ມແກ້ງພວກຮ່ວມຂະບວນການ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.