Category: LA

ປກສ ເມືອງຫາດຊາຍຟອງ ຈັບກຸ່ມຄ້າຂາຍຢາເສບຕິດ 2 ກຸ່ມ ພ້ອມຂອງກາງໄດ້ 66.000 ເມັດ

ພັທ ທັດສະພົງ ຫວັນມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 15 ມິຖຸນາ 2022, ເວລາ 22:00 ໂມງ ໄດ້ເຂົ້າແກ້ໄຂກຸ່ມຄ້າຂາຍຢາເສບຕິດ ຢ່ຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານນາໄຫ ສາມາດກັກຜູ້ຖືກສົງໄສ 3 ຄົນຄື: ທ້າວ ເກດມະນີ ອາຍຸ 28 ປີ, ຢູ່ບ້ານສີຖານໃຕ້, ທ້າວ ອາເລັກ ອາຍຸ…

ສະຫຼຸບປິດໂຄງການ ຮ່ວມມືຫວ່າງ ລັດຖະບານ ແລະ ອົງການ ເຄືອຄ່າຍ ສປຊ “ບໍ່ປະຖິ້ມໃຜໄສ້ຂ້າງຫຼັງ”

ສະຫຼຸບປິດໂຄງການ ຮ່ວມມືຫວ່າງ ລັດຖະບານ ແລະ ອົງການ ເຄືອຄ່າຍ ສປຊ “ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ: ສ້າງພື້ນຖານໃຫ້ແກ່ລະບົບປົກປ້ອງສັງຄົມຂັ້ນພື້ນຖານ ໃນ ສປປ ລາວ”. ວຽກງານປົກປ້ອງສັງຄົມ ຖືວ່າເປັນວຽກທີ່ສໍາຄັນຫຼາຍ ໃນນະໂຍບາຍທາງດ້ານສັງຄົມ ຂອງລັດຖະບານ ເພື່ອສະໜັບສະໜູນໃຫ້ລຸດພົ້ນອອກຈາກຄວາມທຸກຍາກ, ປ້ອງກັນບໍ່ໃຫ້ເກີດຄວາມທຸກຍາກຄວາມດ້ອຍໂອກາດໃນການຖືກຈໍາແນກໃນສັງຄົມຕະຫຼອດໄລຍະຮອບວຽນຂອງຊີວິດ. ລະບົບການປົກປອ້ງສັງຄົມ ຈະປະກອບສ່ວນໃນການແກ້ໄຂຂົງເຂດນະໂຍບາຍສັງຄົມ ໂດຍການປະສານສົມ ທົບໃນລະບົບການປົກປ້ອງສັງຄົມ ໃນຮູບແບບປະກອບທືນ ຊື່ງປະກອບດ້ວຍ ປະກັນສຸຂະພາບ ແລະ ການປະກັນສັງຄົມ ແລະ ລະບົບອຸດໜູນແບບບໍ່ປະກອບທຶນ ໂດຍການສະໜັບສະໜູນຈາກງົບປະມານ…

ແຈ້ງຂ່າວບຸນ

ແຈ້ງຂ່າວບຸນ ບວດທົດແທນບຸນຄຸນພໍ່ແມ່ ໃນໄລຍະອັດພາກຮຽນ ໂອກາດບຸນມາຮອດແລ້ວສຳຫຼັບຊາວໜຸ່ມ-ເຍົາວະຊົນນັກຮຽນ ທີ່ມີຄວາມປາຖະໜາຢາກບວດທົດແທນບຸນຄຸນພໍ່ແມ່ ໃນໄລຍະອັດພາກຮຽນ ໂຄງການເມດຕາທັມ ຮ່ວມກັບ ຄະນະສົງວັດດົງສະຫວາດເທບພະນາຣີ ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈະໄດ້ຈັດງານບຸນບັນພະຊາສາມະເນນໃນໄລຍະອັດພາກຮຽນ ເພື່ອເປັນການເປີດໂອກາດໃຫ້ແກ່ເຍົາວະຊົນລູກຫຼານໄດ້ໃຊ້ເວລາຫວ່າງໃຫ້ມີຄຸນຄ່າ ຫັນມາສົນໃຈການສຶກສາຮໍ່າຮຽນ ສ້າງຄວາມສາມັກຄີຮັກແພງກັບໝູ່ເພື່ອນ ເຊິ່ງເປັນການປູກຝັງໃຫ້ມີຈິດສໍານຶກຕື່ນຕົວ ມີຄວາມຮັກຊາດມີຄວາມຮັບຜິດຊອບສູງຕໍ່ຕົນເອງຕໍ່ຄອບຄົວ ແລະ ເປັນຜູ້ສືບທອດທີ່ດີໃນອະນາຄົດ – ໄລຍະເວລາໃນການຝຶກອົບຮົມ 7 ມື້ – ຮັບສະໝັກເຍົາວະຊົນຊາຍ 30 ຄົນ – ຮັບສະໝັກເຍົາວະຊົນຍິງ…

ການແກ້ໄຂບັນຫາຢາເສບຕິດຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດສາມາດດໍາເນີນຄະດີໄດ້ 4.094 ເລື່ອງ

ວັນທີ 21 ມີຖຸນາ 2022 ເປັນມື້ທີ 7 ຂອງການດໍາເນີນກອງປະຊຸມສະໄໜສາມັນເທື່ອ 3 ຂອງສະພາແຫ່ງຊາດ ຊຸດທີ 9 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ , ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະບານ ກຽ່ວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດວ້ຍການແກ້ໄຂບັນຫາຢາເສບຕິດ ຈາກ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປອ້ງກັນຄວາມສະຫງົບ. ສະຫາຍ…

ທູດລາວ ຍື່ນສານຕາຕັ້ງຕໍ່ເຈົ້າຊີວິດໄທ

ໃນວັນທີ 17 ມິຖຸນາ 2022 ຜ່ານມານີ້, ທ່ານ ຄໍາພັນ ອັ່ນລາວັນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກູນ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ ໂດຍມີສຳ ນັກງານຕັ້ງຢູ່ ນະຄອນຫລວງບາງກອກ. ໃນໂອກາດດັ່ງກ່າວ, ທ່ານ ຄໍາພັນ ອັ່ນລາວັນ ໄດ້ສະແດງຄວາມຂອບໃຈ…

ລັດວາງມາດຕະການຮັບມື ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າ

ປັດຈຸບັນ, ລັດຖະບານ ກໍຄື ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮີບຮ້ອນກໍານົດມາດຕະການສໍາຄັນ ໃນຮັບມືກັບລາຄາສິນຄ້າ ອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າ ເພື່ອຮັກສາສະພາບການເໜັງຕິງຂອງລາຄາສິນຄ້າ ໃນສະພາບການຂະຫຍຍຕົວທາງດ້ານເສດຖະກິດຂອງໂລກ ທີ່ຍັງຈະຜັນຜວນ ແລະ ກະທົບແຮງ ໃນຕໍ່ໜ້າ. ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20…

ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ມອບລົດຮຸນໄດຄືນເຈົ້າຂອງເດີມ

ໃນວັນທີ 17 ມີຖຸນາ 2022 ຜ່ານມານີ້ ເຈົ້າໜ້າທີ່ພະແນກຕຳຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມອບລົດຮຸນໄດຄືນເຈົ້າຂອງເດີມ ເຊິ່ງລົດຄັນດັ່ງກ່າວແມ່ນລົດຂອງທ່ານ ອາຊ່ອງ ອາຍຸ 55 ປີ ອາຊີບຄ້າຂາຍ ພັກເຊົາຢູ່ບ້ານຫີນເຫີບໃຕ້ ເມືອງຫີນເຫີບ ແຂວງວຽງຈັນ ທີ່ຄົນບໍ່ດີ ລັກໄປໃນວັນທີ່ 28 ມີນາ 2022 ຜ່ານມາ. ສະນັ້ນມາໃນວັນທີ 17 ພຶດສະພາ 2022 ເຈົ້າໜ້າທີ່ພະແນກຕຳຫຼວດກອງບັນຊາການ…

ລັດຖະບານ ແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ ເພີ່ມອີກ 2 ທ່ານ

ສະພາແຫ່ງຊາດ ປະກາດແຕ່ງຕັ້ງ-ຍົກຍ້າຍສະມາຊິກລັດຖະບານ ຂປລ. ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ຜ່ານປະກອບຄຳຄິດຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ລົງຄະແນນສຽງເຫັນດີເປັນສ່ວນໃຫຍ່ ເພື່ອຮັບ ຮອງ ແລະ ປະກາດແຕ່ງຕັ້ງ, ຍັກຍ້າຍສະມາຊິກລັດຖະບານຈຳນວນໜຶ່ງ. ໃນໂອກາດນີ້, ທ່ານ ນາງ ສູນທອນ…

ທ່ານ ວຽງທະວີສອນ ເທບພະຈັນໄດ້ຮັບເລືອກຕັ້ງ ເປັນປະທານອົງການກວດສອບແຫ່ງລັດ ຜູ້ໃໝ່

#ຂ່າວດ່ວນ 🔔🔔🔔 ທ່ານ ວຽງທະວີສອນ ເທບພະຈັນໄດ້ຮັບເລືອກຕັ້ງ ເປັນປະທານອົງການກວດສອບແຫ່ງລັດ ຜູ້ໃໝ່ 👏👏👏 ການລົງຄະແນນສຽງ . .

ສະຫວັນນະເຂດ ເລັ່ງກະຈາຍນໍ້າມັນ ໃຫ້ພຽງພໍທົ່ວແຂວງ

ກາຍເປັນຂ່າວດີສຳລັບຊາວແຂວງສະຫວັນນະເຂດ ເມື່ອລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງສະຫວັນນະເຂດໄດ້ຈໍລະຈອນນໍ້າມັນໃຫ້ປໍ້າຕົວແທນຢ່າງພຽງພໍໃນທົ່ວແຂວງ ໄລຍະຫຼັງມານີ້, ການຂາດແຄນນໍ້າມັນເຊື້ອໄຟໄດ້ກາຍເປັນບັນຫາໃຫຍ່ສຳລັບປະຊາຊົນລາວເວົ້າລວມ, ເວົ້າສະເພາະກໍ່ແມ່ນປະຊາຊົນຊາວແຂວງສະຫວັນນະເຂດ ເຊິ່ງບັນຫາດັ່ງກ່າວແມ່ນເກີດຈາກຫຼາຍປັດໄຈ, ມີທັງປັດໄຈພາຍໃນ ແລະປັດໄຈພາຍນອກ, ແຕ່ວ່າເຖິງຢ່າງໃດກໍ່ດີ ພັກ ແລະລັດຖະບານເຮົາກໍ່ບໍ່ນິ້ງນອນໃຈ ໄດ້ຊອກທຸກວິທີທາງເພື່ອແກ້ໄຂບັນຫາການຂາດແຄນນໍ້າມັນໃຫ້ໄວເທົ່າທີ່ຈະໄວໄດ້ ໂດຍສະເພາະແມ່ນຊ່ວງນີ້ມີຄວາມຈຳເປັນຫຼາຍສຳລັບປະຊາຊົນຜູ້ທີ່ເປັນກະສິກອນ ເພາະຢູ່ໃນຊ່ວງທຳການຜະລິດຂອງປະຊາຊົນ. ມື້ນີ້ພວກເຮົາກໍ່ໄດ້ຮັບຂ່າວດີວ່າ: ລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງສະຫວັນນະເຂດໄດ້ຈໍລະຈອນນໍ້າມັນລົງສູ່ປໍ້າຕົວແທນ ໃນທົ່ວແຂວງໃຫ້ພຽງພໍ ແກ້ໄຂບັນຫາການຂາດເຂີນນໍ້າມັນໃຫ້ປະຊາຊົນ ໂດຍຈະເລີ່ມແຕ່ວັນທີ 20 ມິຖຸນາ 2022 ເປັນຕົ້ນໄປ. ໃນໂອກາດນີ້, ທ່ານ ປະດິດສິນ ລາຊະມົນຕີ ຫົວໜ້າລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງສະຫວັນນະເຂດລາຍງານໃຫ້ຮູ້ວ່າ: ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ:ໃນໄລຍະຜ່ານມາເຫັນວ່າການສະໜອງນໍ້າມັນແມ່ນບໍ່ພຽງພໍຕາມຄວາມຕ້ອງການຂອງສັງຄົມ ໂດຍສະເພາະແມ່ນໄລຍະນີ້ແມ່ນລະດູການຜະລິດຂອງພໍ່ແມ່ປະຊາຊົນ…

ດຶງສາຍໄຟຟ້າຈະໄປຊ໊ອດປາຢູ່ຫ້ວຍ ແຕ່ຖືກໄຟຊ໋ອດເສຍຊີວິດ

ເຫດໄຟຟ້າຊ໊ອດຄົນເສຍຊີວິດ ຜູ້ເສຍຊີວິດ01ຄົນ ໃນວັນທີ 18 ມິຖຸນາ 2022 ເວລາ 12:46ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີຜູ້ເສຍຊີວິດຍ້ອນຖືກໄຟຟ້າຊ໊ອດຢູ່ບ້ານ ມ້າ ນະຄອນຫລວງພະບາງ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດເພດຊາຍ01ຄົນ:ຊື່: ທ້າວຂວດ ອາຍຸ35ປີ ສັນຊາດລາວ ບ້ານຢູ່ປັດຈຸບັນບ້ານມ້າ ນະຄອນຫລວງພະບາງ ແຂວງຫລວງພະບາງ ສາເຫດຂອງການເສຍຊີວິດແມ່ນຍ້ອນຜູ້ກ່ຽວດຶງໄຟເພື່ອໄປຊ໊ອດປາແຕ່ເກີດອຸບັດຕິເຫດໄຟເລີຍຊ໊ອດຜູ້ກ່ຽວຈົນເສຍຊີວິດ ທີມງານຫນ່ວຍກູ້ຊີບອົງການກາແດງລາວໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງສາລາວັດປ່າຫຍ້າທຶບ ທາງທີມງານຂໍສະແດງຄວາມເສຍໃຈມາຍັງຄອບຄົວແລະຍາດພີ່ນ້ອງຂອງຜູ້ເສຍຊີວິດຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ພົບພູມທີ່ດີດ້ວຍເທີ້ນ🙏🙏🙏🙏 #ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030…