ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ດຶງດູດການລົງທຶນໄດ້ 260 ບໍລິສັດ
ມາຮອດປັດຈຸບັນ ເຂດພັດທະນາເສດຖະກິດພິເສດ ບໍ່ເຕ່ນແດນງາມ ເມືອງຫລວງນ້ຳທາ ແຂວງຫລວງນ້ຳທາ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນແລ້ວ 260 ບໍລິສັດ, ມີທຶນຈົດທະບຽນ 676,7 ຕື້ກວ່າກີບ, ເທົ່າກັບເງິນຢວນ 15 ຕື້ກວ່າຢວນ. ທ່ານ ຄອນທອງ ເລື່ອງຄຳມາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຫລວງນ້ຳທາ ໃຫ້ສຳພາດຕໍ່ນັກຂ່າວໃນວັນທີ 18 ພຶດສະພາ 2022 ວ່າ: ປັດຈຸບັນເຂດພັດທະນາເສດຖະກິດພິເສດບໍ່ເຕ່ນແດນງາມ ໄດ້ສຳເລັດການບຸກເບີກເນື້ອທີ່ດິນ, ປັບພື້ນທີ່ດິນພູໃຫ້ຮາບພຽງ…