ເຈົ້າໜ້າທີ່ກັກຕົວຜູ້ກະທຳຜິດໃນການ ໂຄສະນາຕ້ານ ສປປລາວ ຜ່ານສື່ສັງຄົມອອນລາຍ
ຂປລ: ໃນວັນທີ 12 ກັນຍາ 2019 ເຈົ້າໜ້າທີ່ຮັກສາຄວາມສະຫງົບ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ກັກຕົວ ນາງ ຮວ່າຍເຮືອງ ໄຊຍະບູລີ (ໝວຍ) ອາຊີບຄ້າຂາຍ, ຢູ່ບ້ານສະເຫລົ້າ, ເມືອງໂພນທອງ ແຂວງຈຳປາສັກ ເພື່ອດຳເນີນຄະດີຕາມກົດໝາຍ ຍ້ອນຜູ້ກ່ຽວໄດ້ເຄື່ອນໄຫວໂຄສະນາຕ້ານ ສປປລາວ ຜ່ານສື່ສັງຄົມອອນລາຍ.ປະມວນກົດໝາຍອາຍາ ມາດຕາ 117 ລະບຸວ່າ: ບຸກຄົນໃດ ຫາກໄດ້ໂຄສະນາໃສ່ຮ້າຍປ້າຍສີ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ…