ອຸຕຸແຈ້ງເຕືອນຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ
ໍແຈ້ງເຕືອນຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ ປະຈໍາວັນທີ 23 ພຶດສະພາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ໄດ້ສືບຕໍ່ພາດຜ່ານເຂດພາກ ເໜືອຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີ ກໍາລັງປານກາງປັກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກຢູ່ບາງ ທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ ພ້ອມມີລົມພັດແຮງເປັນບາງ…