ຈັບ 13 ຄົນຈັບຄົນຮຽກຄ່າໄຖ່ແລ້ວຄາດຕະກໍາ
ຄາດຕະກໍາ 2 ສົບຝັງດິນ ໃນປ່າເຂດບ້ານໃໝ່ແມ່ນລັກພາຕົວຮຽກຄ່າໄຖ່ ຈັບຜູ້ກະທຳຜິດໄດ້ 13 ຄົນ ເຫດການຄະດີຄາດຕະກໍາ 2 ສົບ ແລ້ວຝັງດິນຢູ່ປ່າແຄມທາງ ເຂດບ້ານໃໝ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນທີ່ປະຊາຊົນໄປຫາໜໍ່ໄມ້ແລ້ວພົບເຫັນ ແມ່ນເຫດການລັກພາຕົວຮຽກຄ່າໄຖ່; ປັດຈຸບັນ, ເຈົ້າໜ້າທີ່ສາມາດຕິດຕາມຈັບໄດ້ 13 ຄົນ ຍິງ 1 ຄົນ ທີ່ຮ່ວມກັນກໍ່ເຫດ. ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ຫົວໜ້າກົມສືບສວນ-ສອບສວນ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ…