ສອງສ່ຽວລັກລົດຈັກຕິດຈີພີເອັດ ບໍ່ທັນຂ້າມມື້ຖືກຈັບ
ສອງສ່ຽວ ພົ້ນໂທດອອກຈາກຄຸກ ໄດ້ບໍ່ຮອດເດືອນ ກໍມາຮ່ວມກັນລັກລົດຈັກ, ແຕ່ໂຊກບໍ່ເຂົ້າຂ້າງ ລົດໄດ້ຕິດຈີພີເອັດ, ຈຶ່ງຖືກເຈົ້າໜ້າທີ່ ປກສ ຕິດຕາມໄປຈັບໄດ້ຄາເຮືອນ ພ້ອມຂອງກາງລົດຈັກ SUMERX ສີເທົາດໍາ ໝາຍເລກທະບຽນ ຕບ 8008 ກໍາແພງນະຄອນ. ຄະດີລັກຊັບພົນລະເມືອງ ລາຍນີ້, ເກີດຂຶ້ນໃນວັນທີ 27 ທັນວາ 2020, ພາຍຫຼັງ ເຈົ້າໜ້າທີ່ ປກສເມືອງສີໂຄດຕະບອງ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ໃນເວລາປະມານ 16:30 ໂມງ ວ່າ…