Category: ແຮງບັນດານໃຈ

ແມ່ສົ່ງລູກຊາຍເດີນທາງໄປເຮັດວຽກທີ່ເກົາຫຼີໃຕ້ ພ້ອມໝູ່ທັງໝົດ 76 ຄົນ

“ເດີນທາງປອດໄພເດີນ້ອງໆ ” ຕັ້ງໃຈເຮັດວຽກຫາເງິນມາສ້າງສາຄອບຄົວເຮືອນຊານໃຫ້ມີຊີວິດທີ່ດີຂື້ນ ✌️✌️✌️ ພາບບັນຍາກາດການເດີນທາງຂອງແຮງງານທີ່ໄປເຮັດວຽກຢູ່ປະເທດເກົາຫລີໂດຍຜ່ານລະບົບອະນຸຍາດການຈ້າງງານ(E-9), ສູນບໍລິການຈັດຫາງານ ໄດ້ຈັດສົ່ງ ແຮງງານຈຳນວນທັງຫມົດ 76 ຄົນເດີນທາງໃນວັນທີ່ 28. 4. 2022 ທີ່ສະຫນາມບິນວັດໄຕ. . ຂັ້ນການກວດກາຂອງສູນບໍລິການຈັດຫາງານໃນສະຫນາມບິນມີຄື: ການກວດກະເປົາສຳພາລະຂອງແຮງງານວ່າມີການນຳສິ່ງຕ້ອງຫ້າມໄປນຳຫລືບໍ່ ຫລື ສິ່ງຂອງທີ່ຕ້ອງໄດ້ແຈ້ງລ່ວງຫນ້າຢູ່ສະຫນາມບິນຕົ້ນທາງມີຫຍັງແນ່, ການຝຶກອົບຮົມກ່ອນຂື້ນໄປດ່ານກວດຄົນອອກເມືອງ(ການຕິດຕັ້ງແອພຕ່າງໆທີ່ທາງເກົາຫລີໃຫ້ຕິດຕັ້ງລ່ວງຫນ້າ, ຄວາມຮູ້ຮອບຕົວຕ່າງໆທີ່ຈຳເປັນຕໍ່ກັບແຮງງານທີ່ຫາກໍຂື້ນຍົນເປັນຄັ້ງທຳອິດ ) , ພ້ອມທັງ ຫວັງວ່າຈະເຫັນຊາວຫນຸ່ມລາວ ຈຳນວນຫລາຍທີ່ກຳລັງຊອກວຽກມາສະຫມັກ ແລະ ເດີນທາງໄປເຮັດວຽກຢູ່ເກົາຫລີໂດຍຜ່າລະບົບອະນຸຍາດການຈ້າງງານໃນຈຳນວນທີ່ຫລາຍຂື້ນເລື້ອຍໆ. ໂດຍ: ຂ່າວສານແຮງງານແລະ…

ໝານອນໜ້າໂລງສົບເຈົ້າຂອງ 3 ມື້ບໍ່ໄປໃສ

ເປັນເລື່ອງທີ່ເຫັນແລ້ວ ສຸດເສົ້າໃຈນໍາ, ໝານອນເຝົ້າໂບງສົບເຈົ້າຂອງ ທີ່ເສຍຊີວິດ 3 ມື້ບໍ່ໄປໃສ, ຈົນຮອດມື້ເອົາໄປສົ່ງສະການ. ຈາກຂໍ້ມູນຜູ້ໃຊ້ເຟສບຸກ Kongmeee Spk ທີ່ພດວ່າ: “ຂ້ອຍຜູ້ລົງເຟສນີ້ບໍ່ຮູ້ຊິອະທິບາຍແນວໃດສາມມື້ແລ້ວ ທີ່ເຂົາບໍ່ໄປທາງໃດມື້ນີ້ເປັນມື້ສົ່ງສະການ” ຜູ້ເສຍຊິວິດແມ່ນ ອ້າຍສີ ທີ່ເປັນເຈົ້າຂອງໝາໂຕດັ່ງກ່າວ. ສະແດງຄວາມເສຍໃຈມາຍັງຄອບຄົວ. . .

ປະຊາຊົນບ້ານຜັກຂະຍ່າ ສ້າງທາງເບຕົງດ້ວຍທຶນຕົນເອງ ຜ່ານບ້ານໄລຍະທີ 2

ເມື່ອບໍ່ດົນມານີ້ ຢູ່ບ້ານຜັກຂະຍ່າ ເມືອງອາດສະພອນ ແຂວງສະຫວັນນະເຂດ, ປະຊາຊົນພາຍໃນບ້ານໄດ້ສາມັກຄີກັນກໍ່ສ້າງເສັ້ນທາງເບຕົງຜ່ານບ້ານຂອງຕົນໃຫ້ສຳເລັດຕາມແຜນການໃນໄລຍະທີ 2 ຊຶ່ງການກໍ່ສ້າງເສັ້ນທາງໃນໄລຍະທີ 2 ນີ້, ມີໄລຍະທາງຍາວ 350 ແມັດ, ກວ້າງ 5 ແມັດ, ໜາ 15-18 ຊັງຕີແມັດ, ຄາດວ່າຈະໃຫ້ສຳເລັດກ່ອນລະດູຝົນປີນີ້, ສ່ວນແຫຼ່ງທຶນການກໍ່ສ້າງຂັ້ນຕົ້ນແມ່ນເງິນລວມຂອງບ້ານ ແລະ ການລະດົມຈາກພາກສ່ວນລູກຫຼານຊາວບ້ານຜັກຂະຫຍ່າທີ່ອາໄສຢູ່ທ້ອງຖິ່ນອື່ນທັງພາຍໃນ ແລະ ຕ່າງປະເທດ ໃນມູນຄ່າຄາດຄະເນເບື້ອງຕົ້ນປະມານ 300 ລ້ານກວ່າກີບ. ການຈັດຕັ້ງປະຕິບັດວຽກງານການສ້າງທາງຄັ້ງນີ້, ແມ່ນພາຍໃຕ້ການຊີ້ນຳ-ນຳພາຂອງ ທ່ານ…

ອໍາລາອາຊີບຄູ ອາສາມາ 7 ປີ ໄຮ່ວີ່ແວວໄດ້ເປັນລັດຖະກອນ

ຈາກຜູ້ໃຊ້ເຟສບຸກ Hieng San ອຸກໃຈເດສອນຕໍ່ແຕ່ດີຕົນລູກເມຍຊິອອກກະດີຕົນເດັກນ້ອຍເພື່ອນໆຂໍຄຳເຫັນແນ່ສອນໄດ້7ປີແລ້ວບໍ່ມີວີແວວ. ລາຄູແລ້ວສອງສະຫາຍຮຽນປະຖົມນຳກັນຮຽນຈົບມໍ4ນຳກັນຮຽນສ້າງຄູນຳກັນມາສອນນຳກັນອອກນຳກັນ ພໍແລ້ວຊີວິດຄູອາສາມາເປັນປະຊາຊົນຂອບໃຈທາງບ້ານທາງໂຮງຮຽນ,ອ້າຍເອື້ອຍຄູແລະນັກຮຽນຍັງມີຂ້ອງຂວັນໃຫ້ລາກ່ອນເດີຊີວິດຄູອາສາ

ລີງໃຫຍ່ໄດ້ຮັບການຊ່ວຍເຫຼືອຈາກພົນລະເມືອງດີ

ພົນລະເມືອງດີ ຈົກເວິນໝົດຖົງ ໄຖ່ຊີວິດ ລີງ ໃຫ້ກັບຄືນສູ່ທໍາມະຊາດ. . . . . ຄລິບ 1 ຄລິບ 2 ຄລິບ 3 ຂໍຂອບໃຈພົນລະເມືອງດີ ແລະ ຂໍໃຫ້ລີງປອດໄພເຊັ່ນກັນ

ຊົມເຊີຍ ປກສ-ປກຊ ນະຄອນ ປາກເຊພົບສາຍຄໍຄໍາສອງບາດສົ່ງຄືນເຈົ້າຂອງ

ເປັນຂ່າວແຫ່ງຄວາມຍິນດີ ແລະ ໜ້າຍົກຍ້ອງ. ຜູ້ໃຊ້ເຟສບຸກຊື່ Nongphone Sts ; ໄດ້ໂພສໃນວັນທີ 29/09/2021 ວ່າ: ນີ້ແຫຼະຄົນຂອງປະຊາຊົນແທ້ໆ ອ້າຍນ້ອງ ປກສ-ປກຊ ຈຸດກວດຄົນເຂົ້າອອກນະຄອນ ເສັ້ນທາງຫຼັກ7 ຫໍວັດທະນະທຳ ,ນະຄອນປາກເຊ , ແຂວງຈຳປາສັກ ເກັບສາຍຄໍຄຳໄດ້ຈຳນວນ 2ບາດ ເຈົ້າຂອງເພິ່ນກະໂຊກດີ ທີ່ໄດ້ພົບສາຍຄໍຄຳຄືນ ແລະໄດ້ມາຮັບເອົາແລ້ວໂຊກດີອີຫຼີ. ສະແດງຄວາມຊົມເຊີຍພົນລະເມືອງດີ, ແລະ ດີໃຈກັບເຈົ້າຂອງ ສາຍຄໍ ທີ່ໄດ້ຄືນ. ທີ່ມາ…

ສອງເຖົ້າສູ້ຊີວິດ ເຮັດເຂົ້າໜົມຂາຍ

ຄວາມຮັກບໍ່ມີວັນ ຕ າ ຍ ເຖີງຈະທຸກຍາກແສນເຂັນ ສອງຕູ້ເຖົ້າກໍ່ບໍ່ມີວັນຖີ້ມກັນ ນີ້ແຫຼະຄືຮັກແທ້ຮັກນິລັກດອນ ວັນທີ 25/7/2021 ທີ່ນະຄອນຫຼວງວຽງຈັນ ຈາກເຟສບຸກ Nana Thavisaph ໄດ້ໂພສວ່າ “ສະບາຍດີ ມື້ນີ້ມີເລື່ອງມາເລົ່າ ຂ້ອຍມາຍ່າງຊື້ແນວກິນແຖວ ຕະຫລາດສາມລ່ຽມ ຍາມແລງ ຕິດກັບຮ້ານ swidish ເຫັນພໍ່ຕູ້ແມ່ຕູ້ເພິ່ນນັ່ງຂາຍເຂົ້າຫນົມ ແມ່ຕູ້ນັ່ງລໍ້ຍູ້, ພໍ່ຕູ້ເວົ້າບໍ່ຄ່ອຍໄດ້ ອີ່ຕົນເພິ່ນ ເພິ່ນວ່າຈ້າງລົດມາແຕ່ ຫນອງແຕ່ງ. ຄ່ຳມາໄດ້ໄປຂໍທີ່ນອນພັກພິງກັບຄົນໃຈດີເພິ່ນໃຫ້ນອນ ຂ້ອຍກໍ່ໄດ້ອຸດຫນຸນຊ່ວຍເພິ່ນ,ເພິ່ນຍັງບໍ່ທັນກິນເຂົ້າແລງໄດ້ຊື້ເຂົ້າ ຊື້ນ້ຳ…

ທ້າວທອງຄູນ ໄຊຍະວົງ ຮີໂຣ້ ດໍານໍ້າຊ່ວຍທ່ານຈູມມະລີ ໄຊຍະສອນ

ຄົນດີບໍ່ໄດ້ມີແຕ່ໃນນິຍາຍ ຊາຍຜູ້ນີ້ມີນາມວ່າ: ທ້າວທອງຄູນ ໄຊຍະວົງ, ອາຍຸ 28 ປີ, ບ້ານຫ້ວຍປຸ່ງ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ເປັນໜຶ່ງໃນບຸກຄົນສຳຄັນໃນການຊ່ວຍເຫລືອຜູ້ປະສົບເຄາະຮ້າຍເຮືອປີ້ນທີ່ ແດນສະຫວັນເຂດອ່າງນ້ຳງື່ມໃນວັນທີ 04/04/2021 ທີ່ຜ່ານມາ. ອີງຕາມລາວໃຫ້ສຳພາດໄວ້ວ່າ: ຕົນເອງໄດ້ຂີ່ເຮືອຫາປາຢູ່ບໍລິເວນດັ່ງກ່າວໄດ້ຍິນຄົນເວົ້າວ່າມີເຮືອໃຫ່ຍປີ້ນ, ກໍເລີຍຟ້າວໄປທີ່ຈຸດເກີດເຫດດັ່ງກ່າວ ແລ້ວກໍອາສາສະຫມັກຕົວເອງໂດດລົງນ້ຳຊ່ວຍເຫລືອໂດຍທັນທີ (ລາວບໍ່ມີອຸປະກອນຊ່ວຍດຳນ້ຳໃດໆ ແລະ ຕອນທີ່ລົງໄປຊ່ວຍກໍບໍ່ຮູ້ວ່າແມ່ນເຮືອຂອງໃຜທີ່ລົງໄປຊ່ວຍກໍຊ່ວຍດ້ວຍຄວາມເຕັມໃຈ) . ລາວຈື່ໄດ້ວ່າລາວຊ່ວຍໄດ້ທັງຫມົດ 08 ຄົນ, ໃນຈຳນວນດັ່ງກ່າວນັ້ນແມ່ນມີແຕ່ ທ່ານ ຈູມມະລີ ໄຊຍະສອນ ພຽງຄົນດຽວທີ່ປອດໄພ.…

ຫຼານນ້ອຍພົນລະເມືອງດີສອງຄົນ ເກັບສາຍຄໍຄໍາໄດ້ ສົ່ງຄືນເຈົ້າຂອງ

2/3/2021 ຊົມເຊີຍ! ນ້ອງນັກຮຽນສອງຄົນ ເກັບສາຍຄໍຄຳນໍ້າຫນັກ 2 ບາດໄດ້ ແລ້ວມາສົ່ງເຈົ້າຂອງຄືນ . ຊົມເຊີຍ.. ຫຼານນ້ອຍເກັບສາຍຄໍຄຳໄດ້ມາສົ່ງເຈົ້າຂອງຄືນ ແມ່ນຢູ່ໂຮງຮຽນປະຖົມ ສົມບູນເເກ້ງໄຄ້ ກຸ່ມທ່າງອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຫຼານນ້ອຍເກັບສາຍຄໍຄຳນໍ້າຫນັກ 2 ບາດໄດ້ ແລ້ວມາສົ່ງເຈົ້າຂອງຄືນ ຊຶ່ງໄດ້ຮັບການຍ້ອງຍໍຈາກໂຮງຮຽນ ແລະ ສົມມະນາບຸນຄຸນຈາກຜູ້ເປັນເຈົ້າຂອງຊົມເຊີຍ ຊາບຊຶ້ງນຳພໍ່ແມ່. ລາຍລະອຽດຂອງເດັກ ທັງສອງ ທີມງານຈະອັບເດດໃຫ້ຮູ້ຕື່ມພາຍຫຼັງ. ຊົມເຊີຍອີກຄັ້ງ .

ຊົມເຊີຍຢ່າງສຸດໃຈ ເກັບກະເປົາເງິນ ຝາກເຈົ້າໜ້າທີ່ໄວ້ເພື່ອສົ່ງເຈົ້າຂອງ ທີ່ທາງ 450 ປີ

ຊົມເຊີຍຢ່າງສຸດໃຈ! ພົນລະເມືອງດີ. ນີ້ເປັນອີກຂ່າວທີ່ໜ້າຊື່ນຊົມ ແລະ ສົມຄວນແບ່ງປັນ ໃຫ້ຫຼາຍໆຄົນຮັບຮູ້. ໂສມໜ້າຂອງພົນລະເມືອງດີທີ່ເກັບກະເປົາເງີນເຮ່ຍໃດ້ທີ່ເສັ້ນທາງ 450ປີໃນວັນທີ 2.​1.2021. ເວລາ3ໂມງ 00ນາທີ ຜ່ານມາ ແລ້ວນຳມາມອບໃຫ້ເຈົ້າໜ້າທີ່ຈາລະຈອນປ້ອມດົງໂດກຮັກສາໄວ້. ຖາ້ວາ່ເຈົ້າຂອງກະເປົາຫາກເຫັນຮູບນີ້ລົງແລ້ວໃຫ້ມາພົວພັນເອົາຄືນນຳເຈົ້າໜາ້ທີ່ຈາລະຈອນປອ້ມດົງໂດກຫລືໂທ 02023134533. ເຊິ່ງໃນກະເປົາມີເອກະສານ ແລະເງິນຈໍານວນຫຼາຍ. ເອກະສານເຈົ້າຂອງກະເປົາ ສ່ວນພົນລະເມືອງດີນັ້ນ ຊາບຊື່ຄ້າວວ່າ ແມ່ນ ທ່ານ ພັທ ຂຽວ  ສະແດງຄວາມຊົມເຊີຍອີກຄັ້ງ.