ລົດ 12 ລໍ້ ປີ້ນລົງຂ້າງທາງເຈັບສອງຄົນ ທີ່ຫຼວງພະບາງ
ຫຼວງພະບາງ: ລາຍງານຈາກ 1625 ຫຼວງພະບາງ ໃຫ້ຮູ້ວ່າ ໃນວັນທີ່ 28 ຕຸລາ 2020 ເວລາ 16:37ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີ ອຸບັດຕິເຫດຂັບຂີ່ລົດ 12 ລໍ້ ປີ້ນລົງຂ້າງທາງບ້ານ ໂພນງາມ ນະຄອນ ຫລວງພະບາງ, ແຂວງຫຼວງພະບາງ. ຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ່ບາດເຈັບເພດຊາຍ 2 ຄົນ ອາການບາດເຈັບເບື້ອງຕົ້ນຄື: ຜູ່ທີ 1 ແມ່ນມີບາດແຜຈີກຢູ່ຫົວແລະເຈັບບ່າໄຫລ່ເບື້ອງຊ້າຍ.…