Category: ລັດຖະບານ

ຂ່າວດ່ວນ ລັດຖະບານ ອານຸມັດສິນເຊື່ອຈັດຊື້ນໍ້າມັນ 200 ລ້ານລິດ

ແຊດ່ວນ ລັດຖະບານ ອານຸມັດສິນເຊື່ອ ເພື່ອຊື້ນໍ້າມັນ 200 ລ້ານລິດ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ຄັ້ງວັນທີ 15 ມິຖຸນາ 2022 #ແຊດ່ວນ #ລັດຖະບານ ອານຸມັດສິນເຊື່ອ ເພື່ອຊື້ນໍ້າມັນ 200 ລ້ານລິດ pic.twitter.com/RHe3D67x6c — Stories Today (@SStoriesToday)…

ບັນຫາລົດເຖື່ອນຍັງແກ້ໄຂຍາກ ເພາະຜູ້ຄອບຄອງແມ່ນ ພະນັກງານ-ທະຫານ-ຕໍາຫຼວດ

ວັນທີ 14 ມິຖຸນາ 2022 ນີ້, ທ່ານ ບຸນສອນ ເພັດດາວັນ ປະທານຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ ປະກອບຄຳຄິດເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະມາຊິກສະພາແຫ່ງຊາດຊຸດທີ IX ວ່າ: ຜ່ານມາເຖິງວ່າ ສສຊ ເຂດ 10 ແຂວງວຽງຈັນ ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານ ໂດຍສະເພາະລາຍຮັບຈາກການແກ້ໄຂການນຳເຂົ້າພາຫະນະທີ່ບໍ່ຖືກຕ້ອງໄດ້ດີສົມຄວນ, ແຕ່ກໍພົບຄວາມຫຍຸ້ງຍາກບໍ່ໜ້ອຍ. ຂະນະທີ່ກະຊວງການເງິນກຳນຳໃຫ້ແກ້ໄຂສຳເລັດພາຍໃນເດືອນມິຖຸນານີ້.…

ກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 27

ກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 27 ໄດ້ຈັດຂຶ້ນທີ່ ບາງກອກ ຣາຊະອານາຈັກໄທ ໃນລະຫວ່າງວັນທີ 7-9 ມິຖຸນາ 2022 ຕາມຄໍາເຊີນຂອງ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາ ຍົກລັດຖະມົນຕີ ລັດຖະມົນຕີ ວ່າການກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກໄທ ປະ ທານຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ໄທ-ລາວ. ຄະນະກໍາມະການຝ່າຍລາວ ນໍາໂດຍ…

ກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 27

ກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 27 ໄດ້ຈັດຂຶ້ນທີ່ ບາງກອກ ຣາຊະອານາຈັກໄທ ໃນລະຫວ່າງວັນທີ 7-9 ມິຖຸນາ 2022 ຕາມຄໍາເຊີນຂອງ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາ ຍົກລັດຖະມົນຕີ ລັດຖະມົນຕີ ວ່າການກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກໄທ ປະ ທານຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ໄທ-ລາວ. ຄະນະກໍາມະການຝ່າຍລາວ ນໍາໂດຍ…

ສະພາສະເໜີໃຫ້ລັດຖະບານ ບໍ່ໃຫ້ສ້າງໜີ້ເພີ່ມ ແລະ ດັດແກ້ຄາດໝາຍດ້ານເງິນຕາ

ພາຍຫລັງ ທີ່ລັດຖະບານ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນວັນທີ 13 ມິຖຸນາ 2022 ນີ້ ໂດຍຂໍໍດັດແກ້ຕົວເລກຫລາຍຄາດໝາຍດ້ານເງິນຕາ, ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກ ທີ່ຜັນຜວນຢ່າງຮຸນແຮງ ທີ່ຈະເຮັດໃຫ້ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນປີນີ້ ບໍ່ບັນລຸຕາມຄາດໝາຍວາງໄວ້. ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ…

ກະຊວງການເງິນ ສາມາດເກັບລາຍຮັບໄດ້ 10.633,89 ຕື້ກວ່າກີບ ໃນ 5 ເດືອນຕົ້ນປີ 2022

ໃນວາລາດຳເນີນກອງປະຊຸມສະໄໜສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານໃຫ້ຮູ້ວ່າ: 5 ເດືອນຕົ້ນປີ 2022, ກະຊວງການເງິນສາມາດຈັດເກັບລາຍຮັບໄດ້ 10.633,89 ຕື້ກີບ ເທົ່າກັບ 33,66% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 23,71% ເປັນເງິນ, ເທົ່າກັບ…

ເປີດ 38 ປໍ້າ ທົ່ວນະຄອນຫຼວງວຽງຈັນ 13 ມິຖຸນາ 2022

ລາຍຊື່ຈຸດບໍລິການຂາຍຍ່ອຍນໍ້າມັນເຊື່ອໄຟ 38 ປໍ້າ ຢູ່ນະຄອນຫຼວງວຽງຈັນ ຄັ້ງວັນທີ 13 ມິຖຸນາ 2022 ຕາມແຈ້ງການພະແນກອຸດສາຫະກຳ ແລະ ການຄ້າ ນວ. ລາຍລະອຽດ . . .

ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງ ຊາດຊຸດທີ IX

(ສພຊ) ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2022 ນີ້ ທີ່ສະພາແຫ່ງຊາດ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ; ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປລາວ; ທ່ານ ພັນຄໍາ…

ທະນາຄານແຫ່ງ ສປປລາວ ຈະອອກພັນທະບັດ ດອກເບ້ຍ 20% ຕໍ່ປີ ຈໍານວນ 5 ພັນຕື້ກີບ

ທະນາຄານແຫ່ງ ສປປ ລາວ ກຽມອອກພັນທະບັດ ດອກເບ້ຍ 20%/ປີ ມູນຄ່າ 5 ພັນຕື້ກີບ ຈຳໜ່າຍແກ່ບຸກຄົນທົ່ວໄປແລະນິຕິບຸກຄົນທີ່ບໍ່ແມ່ນສະຖາບັນການເງິນ ອີງຕາມຂໍ້ຕົກລົງວ່າດ້ວຍການຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະບັບເລກທີ 409/ທຫລ, ລົງວັນທີ 07 ມີຖຸນາ 2022. ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງທ່ານເພື່ອຊາບກ່ຽວກັບ ການອອກຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ງວດທີ 1 ມູນຄ່າ 5.000.000.000.000…

ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອປຸກສ້າງອາຄານຮຽນ 8 ແຫ່ງ ລວມມູນຄ່າ 18 ລ້ານໂດລາ

ພິທີວາງສິລາລືກໂຄງການກໍ່ສ້າງອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ສປປ ລາວ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ ນີ້ ທີ່ວິທະຍາໄລຄູ ດົງຄໍາຊ້າງ ນະຄອນຫຼວງວຽງຈັນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະລັດຖະທູດປະເທດຍີ່ປຸ່ນ ປະຈໍາ ສປປ ລາວ,…

ສປປ ລາວ ໄດ້ຮັບເລືອກຕັ້ງເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ ເປັນຄັ້ງທຳອິດ

ໃນວັນທີ 10 ມິຖຸນາ 2022, ສະມັດຊາໃຫຍ່ອົງການ ສະຫະປະຊາຊາດ ໄດ້ດຳເນີນການເລືອກຕັ້ງສະມາຊິກໃໝ່ຂອງ ສະພາເສດຖະກິດ-ສັງຄົມ ສປຊ ສຳລັບສົກປີ 2023-2025. ສປປ ລາວ ໄດ້ຮັບກຽດເປັນໜຶ່ງໃນ 4 ປະເທດ ທີ່ໄດ້ຖືກເລືອກຕັ້ງ ເຊິ່ງລວມທັງ ກາຕ້າ, ສ. ເກົາຫລີ ແລະ ສປ ຈີນ ໂດຍເປັນຕົວແທນຈາກກຸ່ມພາກພື້ນ ອາຊີ-ປາຊິຟິກ. ການໄດ້ຮັບເລືອກຕັ້ງໃນຄັ້ງນີ້ ເປັນຄັ້ງທຳອິດໃນປະຫວັດສາດ ທີ່ ສປປ…